WHO ຮັບຮູ້ຄວາມກ້າວໜ້າຂອງການແພດສາທາລະນະຫວຽດນາມ ໃນປີ 2025
ກປ.ອອນໄລ - ອົງການອະນາໄມໂລກ (WHO) ຮູ້ສຶກພາກພູມໃຈທີ່ໄດ້ເປັນຄູ່ມືຂອງລັດຖະບານຫວຽດນາມ, ພ້ອມກັບຄູ່ຮ່ວມມື ແລະນັກອຸປະຖຳພາຍໃນ ແລະສາກົນ.
ຫວ່າງແລ້ວນີ້, ໃນບົດລາຍງານທີ່ລົງໃນເວັບໄຊ, ອົງການການແພດໂລກ (WHO) ໃຫ້ຂໍ້ສັງເກດວ່າ: ໃນຂອບເຂດໂຄງການປະຕິຮູບໃນປີ 2025, ລັດຖະບານຫວຽດນາມ ໄດ້ໃຫ້ຄໍາໝັ້ນສັນຍາໃນການປ່ຽນແປງໃນຂົງເຂດສາທາລະນະສຸກ ແລະວາງອອກຄວາມມັກໃຫຍ່ໃຝ່ສູງໃຫ້ຂະແໜງສາທາລະນະສຸກ.
ຄວາມມັກໃຫຍ່ໃຝ່ສູງນີ້ລວມມີຄໍາໝັ້ນສັນຍາສະໜອງບໍລິການເບິ່ງແຍງດຸແລ ສຸຂະພາບທີ່ຈໍາເປັນໂດຍບໍ່ເສຍຄ່າໃນອະນາຄົດ, ຫັນປ່ຽນດີຈີຕອນ, ວິທີເຂົ້າເຖິງຫຼາຍຂະແໜງຕໍ່ກັບຄວາມໝັ້ນຄົງດ້ານການແພດ ແລະການແພດສາທາລະນະ ເຊິ່ງລວມມີສະພາບແວດລ້ອມທ່ີປອດໃສກວ່າ ແລະໃຫ້ບຸລິມະສິດລົງທຶນເຂົ້າການແພດສາທາລະນະ ແລະບັນດາບໍລິການການແພດຮາກຖານ.
    |
 |
|
ຄົນເຈັບລໍຖ້າຮັບຢາຢູ່ໂຮງໝໍຫຼາຍຂະແໜງບາກລຽວ. ພາບ: ສໍານັກຂ່າວສານຫວຽດນາມ |
WHO ຮູ້ສຶກພາກພູມໃຈທີ່ໄດ້ເປັນຄູ່ຮ່ວມມືຂອງລັດຖະບານຫວຽດນາມ, ພ້ອມກັບຄູ່ຮ່ວມມື ແລະນັກອຸປະຖຳນພາຍໃນ ແລະສາກົນ. ໃນບົດລາຍງານ, WHO ສົ່ງຄໍາຂອບໃຈເຖິງບັນດາປະເທດສະມາຊິກ, ຄູ່ຮ່ວມມື ແລະນັກອຸປະຖໍາທີ່ໄດ້ປະກອບສ່ວນໃຫ້ວຽກງານຂອງອົງການ ເພື່ອແນໃສ່ໜູນຊ່ວຍລັດຖະບານ ແລະປະຊາຊົນຫວຽດນາມ.
ດ້ວຍແຫຼ່ງການເງິນທີ່ຍືນຍົງ ແລະສະຖຽນລະພາບ, WHO ສາມາດສືບຕໍ່ຍູ້ແຮງຄວາມຍຸຕິທໍາການແພດ, ຊ່ວຍນໍາບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ທີ່ກ່ຽວຂ້ອງເຖິງການແພດກັບຄືນຖືກຕາມທິດ ແລະກະກຽມໃຫ້ລະບົບການແພດ ແລະຊຸມຊົນຕໍ່ບັນດາສິ່ງທ້າທາຍໃນອະນາຄົດ.
ໂດຍ: ໄຊນີດາ