ໃນທົດສະວັດທີ່ຜ່ານມາ, ຫວຽດນາມ ພົ້້ນເດັ່ນຄືໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕຢ່າງວ່ອງໄວ ແລະສະຖຽນລະພາບທີ່ສຸດພາກພື້ນ. ແບ່ງປັນກັບນັກຂ່າວ, ທ່ານ ປອ Watcharas Leelawath ອະດີດຜູ້ອໍານວຍການບໍລິຫານຂອງສະຖາບັນແມ່ນໍ້າຂອງ, ປະຈຸບັນແມ່ນທີ່ປຶກສາກິດຕິມະສັກຢູ່ Bolliger & Company (ໄທ).
ທ່ານແມ່ນນັກເສດຖະກິດການຄ້າ, ເຄີຍສອນຢູ່ອາເມລິກາ, ດ້ວຍຫຼາຍການຄົ້ນຄວ້າເລິກເຊິ່ງກວ້າງຂວາງກ່ຽວກັບການຮ່ວມມືເສດຖະກິດພາກພື້ນ, ແຮງງານສາກົນ ແລະເຊື່ອມໂຍງເຂົ້າກັບອາຊຽນ-ພິນິດໄສແຜນນະໂຍບາຍມຸ່ງໄປສູ່ພາຍນອກ ແລະເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງໄດ້ຊ່ວຍໃຫ້ຫວຽດນາມ ບັນລຸໄດ້ຜົນງານຢ່າງປະທັບໃຈ, ກາຍເປັນຈຸດພົ້ນເດັ່ນໃນອາຊຽນ.
    |
 |
|
ທ່ານ ປອ Watcharas Leelawath ແລກປ່ຽນກັບນັກຂ່າວ. ພາບ: vov.vn |
ນັກຂ່າວ: ທ່ານຕີລາຄາຄືແນວໃດກ່ຽວກັບການກໍານົດທິດນະໂຍບາຍທາງດ້ານເສດຖະກິດສັງລວມຂອງຫວຽດນາມ ໃນຊຸມປີມໍ່ໆມານີ້ເມື່ອທຽບໃສ່ກັບບັນດາພື້ນຖານເສດຖະກິດຫາພົ້ນເດັ່ນອື່ນ?
ທ່ານ ປອ. Watcharas Leelawath: ຂ້າພະເຈົ້າຖືວ່າປະທັບໃຈຍິ່ງ. ພວກເຮົາຕ້ອງເບິ່ງສີ່ຈຸດ, ຄື: ການເຕີບໂຕທາງເສດຖະກິດ, ການລົງທຶນໂດຍກົງຈາກຕ່າງປະເທດ, ການຫຼຸດຜ່ອນຄວາມທຸກຍາກ ແລະການຄ້າທົ່ວໂລກລະຫວ່າງຫວຽດນາມ ແລະເສດຖະກິດໂລກ. ເມື່ອເບິ່ງເຖິງການເຕີບໂຕທາງເສດຖະກິດໃນໄລຍະ 10 ປີຜ່ານມາ, ຫວຽດນາມ ບັນລຸອັດຕາປະມານ 6-7% ຕໍ່ປີ. ເມື່ອປຽບທຽບກັບພື້ື້ນຖານເສດຖະກິດອື່ນ, ຕົວເລກນີ້ແມ່ນສູງກວ່າ; ຕົວຢ່າງ, ປະເທດໄທພຽງປະມານ 1–2% ເທົ່ານັ້ນ. ເຖິງແມ່ນວ່າໃນໄລຍະການລະບາດຂອງພະຍາດໂຄວິດ-19, ເສດຖະກິດຂອງຫວຽດນາມ ຍັງສືບຕໍ່ມີການເຕີບໂຕທາງບວກໃນຂະນະທີ່ຫຼາຍປະເທດອື່ນປະສົບກັບການເຕີບໂຕທີ່ຕິດລົບ. ຫວຽດນາມຟື້ນຕົວໄດ້ຢ່າງວ່ອງໄວ, ຈາກລະດັບ 2% ຂຶ້ນເປັນ 8%. ນັ້ນແມ່ນສິ່ງປະທັບໃຈຫຼາຍ ແລະສະແດງໃຫ້ເຫັນເຖິງການເຕີບໂຕທີ່ເຂັ້ມແຂງໃນຕະຫຼອດທົດສະວັດທີ່ຜ່ານມາ. ລາຍຮັບສະເລ່ຍຕໍ່ຫົວຄົນກໍ່ນັບມື້ນັບສູງ. ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ, ຕາມບົດລາຍງານລະບຸວ່າອັດຕາຄວາມທຸກຍາກໄດ້ຫຼຸດລົງຢ່າງແຂງແຮງ, ຈາກ 14% ໃນປີ 2010 ລົງເປັນ 4% ໃນປີ 2023.
ນັກຂ່າວ: ຕາມທ່ານແລ້ວ, ສິ່ງໃດທີ່ເຮັດໃຫ້ກອບນະໂຍບາຍຂອງຫວຽດນາມ ກາຍເປັນດຶງດູດກັບນັກລົງທຶນສາກົນ?
ທ່ານ ປອ. Watcharas Leelawath: ກອບນະໂຍບາຍມຸ່ງໄປສູ່ພາຍນອກຂອງຫວຽດນາມ ເຮັດໃຫ້ປະເທດກາຍເປັນດຶງດູດທີ່ສຸດ. ຫວຽດນາມ ຕັ້ງໜ້າລົງນາມບັນດາສົນທິສັນຍາການຄ້າເສລີ (FTA) ກັບຫຼາຍປະເທດໃນໂລກ. ສິ່ງເຫຼົ່ານີ້ຊ່ວຍໃຫ້ພື້ນຖານເສດຖະກິດຫວຽດນາມ ກາຍເປັນພື້ນຖານເສດຖະກິດກໍານົດທິດສົ່ງອອກ. ເມື່ອເປີດປະຕູການຄ້າກັບບັນດາປະເທດ ແລະນໍາໃຊ້ລະດັບພາສີເປັນ 0 ກັບບັນດາຄູ່ຮ່ວມມື FTA, ຫວຽດນາມ ອາດຈະດຶງດູດການລົງທຶນໂດຍກົງຈາກຕ່າງປະເທດຢ່າງແຂງແຮງ. ເມື່ອ FDI ເຂົ້າ, ຈະສ້າງວຽກເຮັດງານທໍາໃຫ້ປະເທດ. ບັນດານັກລົງທຶນເລືອກຫວຽດນາມ ເປັນສູນຜະລິດ, ຍ້ອນເມື່ອສົ່ງອອກໄປຍັງບັນດາປະເທດຄູ່ຮ່ວມມື, ສິນຄ້າໄດ້ຮັບພາສີເປັນ 0. ນັ້ນແມ່ນທ່າແຮງທີ່ໃຫຍ່. ປະຈຸບັນ ຫວຽດນາມ ມີ 15 FTA ກັບ 53 ປະເທດ, ເປັນຕົວເລກປະທັບໃຈຍິ່ງ. ນອກຈາກນັ້ນ, ການຫັນປ່ຽນດີຈີຕອນກໍ່ແມ່ນຈຸດເນັ້ນ. ຈົ່ງຄິດເຖິງເມື່ອ ຫວຽດນາມ ເປັນປະທານອາຊຽນ ປີ 2020, ພວກເຮົາ-ບັນດາສະມາຊິກອາຊຽນ-ໄດ້ພ້ອມກັນຊຸກຍູ້ການຫັນປ່ຽນດີຈີຕອນ.
ນັກຂ່າວ: ໃນທົດສະວັດຈະມາເຖິງ, ໃສແມ່ນໂອກາດ ແລະສິ່ງທ້າທາຍໃຫຍ່ທີ່ສຸດຕໍ່ກັບການເຕີບໂຕເສດຖະກິດຂອງຫວຽດນາມ?
ທ່ານ ປອ. Watcharas Leelawath: ປະຈຸບັນ, ລັດຖະບານພວມດໍາເນີນປະຕິຮູບລະບຽບການເພື່ອສອດຄ່ອງກັບມາດຕະຖານສາກົນ. ແນ່ນອນ, ເມື່ອຢາກສົ່ງອອກ, ຈະມີຄ່າໃຊ້ຈ່າຍຕ້ອງຈ່າຍເທົ່ານັ້ນ ແຕ່ພວກຂ້າພະເຈົ້າບໍ່ຖືນັ້ນແມ່ນສິ່ງນາບຂູ່ແຕ່ແມ່ນໂອກາດ. ເມື່ອຫວຽດນາມ ປະຕິຮູບລະບຽບການ, ພິເສດກ່ຽວກັບສິ່ງສະພາບແວດລ້ອມ, ສອດຄ່ອງດ້ວຍມາດຕະຖານສາກົນ, ສິ່ງນັ້ນເປີດອອກກາລະໂອກາດສ່ົງອອກສູ່ໂລກ. ນີ້ແມ່ນຈຸດຕັ້ງໜ້າ. ສິ່ງທ້າທາຍແມ່ນເຮັດແນວໃດເພື່ອໃຫ້ຫວຽດນາມ “ຂຶ້ນຂັ້ນໄດມຸນຄ່າ” ໃນຕ່ອງໂສ້ຜະລິດ. ປະຈຸບັນ ຫວຽດນາມ ແມ່ນສູນຜະລິດຈາກສ່ວນຜະລິດເທົ່ານັ້ນ ເຊິ່ງຫວຽດນາມ ມີມຸນຄ່າຕໍ່າກວ່າເມື່ອທຽບໃສ່ບັນດາຂັ້ນຕອນອື່ນ.
ນັກຂ່າວ: ຂໍຂອບໃຈທ່ານ ປອ Watcharas Leelawath.
ໂດຍ: ໄຊນີດາ