ຫວຽດນາມ ຕັ້ງໜ້າໂຄສະນາທີ່ງານຕະຫຼາດນັດສະບຽງອາຫານ ແລະເຄື່ອງດື່ມ Indus Food 2026 ທີ່ອິນເດຍ
ກປ.ອອນໄລ - ແຕ່ວັນທີ 8 ຫາວັນທີ 10 ມັງກອນ, ທີ່ນະຄອນ Greater Noida, ລັດ Uttar Pradesh, ພາກເໜືອຂອງອິນເດຍ ໄດ້ດໍາເນີນງານຕະຫຼາດນັດສະບຽງອາຫານ Indus Food ຄັ້ງທີ 9.
ນີ້ແມ່ນໜຶ່ງໃນບັນດາເຫດການໃຫຍ່ ແລະມີອິດທິພົນຊື່ສຽງທີ່ສຸດໃນທະວີບ. ວິສາຫະກິດຫວຽດນາມຫຼາຍແຫ່ງ ໄດ້ເຂົ້າຮ່ວມເພື່ອຂະຫຍາຍການມີໜ້າ, ໂຄສະນາເຄື່ອງໝາຍການຄ້າ ແລະຊຸກຍູ້ການສົ່ງອອກແບບຍືນຍົງ.
    |
 |
|
ການນໍາບັນດາກະຊວງ, ຂະແໜງການຂອງອິນເດຍ ເຂົ້າຮ່ວມພິທີເປີດ Indusfood 2026. ພາບ: vov.vn |
ກ່າວຄຳເຫັນທີ່ພິທີໄຂງານຕະຫຼາດນັດ Indus Food 2026, ທ່ານ Chirag Paswan ລັດຖະມົນຕີກະຊວງອຸດສາຫະກຳປຸງແຕ່ງສະບຽງອາຫານອິນເດຍ ໄດ້ເນັ້ນໜັກວ່າ ຂະແໜງປຸງແຕ່ງສະບຽງອາຫານ ແມ່ນໜຶ່ງໃນບັນດາເສົາຄ້ຳເຕີບໂຕທີ່ສຳຄັນຂອງພື້ນຖານເສດຖະກິດອິນເດຍ. ລັດຖະບານອິນເດຍ ກຳລັງໃຫ້ບຸລິມະສິດຂະຫຍາຍການຜະລິດ, ດຶງດູດການລົງທຶນ, ຍົກສູງກໍາລັງແກ່ງແຍ້ງ ແລະເພີ່ມທະວີການເຊື່ອມຕໍ່ກັບຕະຫຼາດສາກົນ. ດ້ວຍປະຊາກອນຫຼາຍກວ່າ 1,4 ຕື້ຄົນ, ຊົນຊັ້ນກາງເພີ່ມຂຶ້ນໄວ ແລະທ່າອ່ຽງບໍລິໂພກຫັນໄປສູ່ຜະລິດຕະພັນປຸງແຕ່ງ, ສະດວກພ້ອມ, ຮັບປະກັນຄຸນນະພາບຢ່າງແຮງ, ອິນເດຍ ບໍ່ພຽງແຕ່ເປັນສູນກາງການຜະລິດເທົ່ານັ້ນ ຫາກຍັງເປັນຕະຫຼາດບໍລິໂພກທີ່ເຕັມໄປດ້ວຍຄວາມສາມາດສໍາລັບສິນຄ້າສະບຽງອາຫານ ແລະຜະລິດຕະພັນກະເສດຂອງຫວຽດນາມ.
    |
 |
|
ຕັດແຖບຜ້າເປີດນໍາໃຊ້ຮ້ານວາງສະແດງສິນຄ້າຫວຽດນາມ ທີ່ Indusfood 2026. ພາບ: vov.vn |
ຢູ່ທີ່ຕັ້ງໃຈກາງຂອງ Indusfood 2026 ແມ່ນຮ້ານວາງສະແດງສິນຄ້າຫວຽດນາມ ດ້ວຍວິທີເຂົ້າເຖິງ “ໂຄສະນາແບບລວມສຸມ” ໄດ້ສ້າງພື້ນທີ່ນໍາສະເໜີຢ່າງຄົບຊຸດຮູບພາບ, ເຄື່ອງໝາຍການຄ້າ ແລະຜະລິດຕະພັນຂອງຫວຽດນາມ. ທີ່ຮ້ານວາງສະແດງ, ຫຼາຍກຸ່ມຜະລິດຕະພັນທີ່ເປັນທ່າແຮງຂອງຫວຽດນາມ ໄດ້ວາງສະແດງ ແລະນໍາສະເໜີຢ່າງມີແບບມີແຜນ, ລວມມີ: ກາເຟ, ໝາກໄມ້ແຫ້ງ, ເຝີສຳເລັດຮູບ, ຜະລິດຕະພັນອາຫານຫຸ້ມຫໍ່, ເຄື່ອງດື່ມ ແລະສິນຄ້າໃໝ່ຫຼາຍຢ່າງທີ່ເໝາະສົມກັບທ່າອ່ຽງບໍລິໂພກທີ່ສະດວກພ້ອມ, ວ່ອງໄວທີ່ຕະຫຼາດອິນເດຍ.
ໂດຍໄດ້ຈັດຕັ້ງໃນທຸກໆປີນັບແຕ່ປີ 2015, ພາຍໃຕ້ການອຸປະຖຳຂອງກະຊວງອຸດສາຫະກຳ ແລະການຄ້າອິນເດຍ, Indusfood ນັບມື້ນັບຢືນຢັນອິດທິພົນຊື່ສຽງ ແລະຂອບຂະໜາດ. ເວີຊັນ 2026 ມີການເຂົ້າຮ່ວມຂອງຜູ້ວາງສະແດງຫຼາຍກວ່າ 2.200 ລາຍ ມາຈາກ 30 ກວ່າປະເທດ, ຕ້ອນຮັບແຂກການຄ້າ 15.000 ກວ່າຄົນ ມາຈາກ 120 ກວ່າປະເທດ, ມີເນື້ອທີ່ທັງໝົດ 120.000 ຕາແມັດ. ດ້ວຍຂະໜາດໃຫຍ່ ແລະລະດັບການເຊື່ອມຕໍ່ສູງ, Indusfood ຍັງສືບຕໍ່ໄດ້ຮັບຖືວ່າເປັນໜຶ່ງໃນບັນດາເວທີສົ່ງເສີມການຄ້າສະບຽງອາຫານ ແລະເຄື່ອງດື່ມທີ່ຂະຫຍັນຂັນເຄື່ອນແຖວໜ້າຂອງອາຊີ.
ໂດຍ: ໄຊຊະນະ