ເພີ່ມທະວີການຮ່ວມມືລະຫວ່າງສູນການເງິນສາກົນຫວຽດນາມ ແລະສິງກະໂປ
ກປ.ອອນໄລ - ວັນທີ 12 ມັງກອນ, ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກ ຢູ່ ສິງກະໂປ, ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ໄດ້ພົບປະກັບທ່ານ Gan Kim Yong ຮອງນາຍົກລັດຖະມົນຕີສິງກະໂປ.
ທີ່ການພົບປະ, ການນຳສອງທ່ານ ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງແຂງແຮງຂອງການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ. ໃນສະພາບພາກພື້ນ, ສາກົນ ມີການຜັນແປຫຼາຍຢ່າງ, ສອງຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ-ສິງກະໂປ ກວ່າອີກ, ຜັນຂະຫຍາຍໂຄງການດໍາເນີນງານກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສິງກະໂປ ໄລຍະ 2025-2030 ຢ່າງມີປະສິດທິຜົນ, ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການລົງທຶນ, ເປັນຕົ້ນແມ່ນໃນບັນດາຂົງເຂດໃໝ່, ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ຄື: ກະສິກຳ, ພະລັງງານ, ພັດທະນາ VSIP ລຸ້ມໃໝ່ 2.0, ສິນເຊື່ອຄາບອນ, ເຕັກໂນໂລຢີດີຈີຕອນ...; ພ້ອມທັງສືບຕໍ່ພ້ອມກັບບັນດາປະເທດອາຊຽນອື່ນເພື່ອສ້າງປະຊາຄົມອາຊຽນ ສາມັກຄີ ແລະພັດທະນາ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຂອງພາກພື້ນ ແລະໃນໂລກ.
    |
 |
|
ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ພົບປະກັບທ່ານ Gan Kim Yong ຮອງນາຍົກລັດຖະມົນຕີສິງກະໂປ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ຫງວຽນຮວ່າບິ່ງ ໄດ້ແຈ້ງໃຫ້ທ່ານ Gan Kim Yong ຮັບຊາບກ່ຽວກັບເລື່ອງຫວຽດນາມ ຫາກໍ່ສ້າງຕັ້ງສູນການເງິນສາກົນ ແນໃສ່ລະດົມແຫຼ່ງກຳລັງທີ່ມີຄຸນນະພາບສູງ, ເປັນຕົ້ນແມ່ນແຫຼ່ງທຶນການເງິນຮັບໃຊ້ໃຫ້ແກ່ໄລຍະພັດທະນາຂອງຫວຽດນາມ ໃນໄລຍະຈະມາເຖິງ. ສິງກະໂປ ແມ່ນປະເທດມີບົດຮຽນຫຼາຍຢ່າງໃນຂົງເຂດນີ້, ດັ່ງນັ້ນຫວຽດນາມ ປາດຖະໜາຢາກຄົ້ນຄວ້າ, ສຳຫຼວດບົດຮຽນການພັດທະນາສູນການເງິນສາກົນຂອງສິງກະໂປ ເພື່ອຜັນຂະຫຍາຍສູນການເງິນສາກົນ ທີ່ຫາກໍ່ສາງຕັ້ງຢູ່ຫວດຽນາມ.
ສ່ວນທ່ານ Gan Kim Yong ຢືນຢັນວ່າ ສິງກະໂປ ພ້ອມແລ້ວທີ່ຈະໜູນຊ່ວຍ, ແບ່ງປັນບົດຮຽນການເຄື່ອນໄຫວສູນການເງິນສາກົນກັບຫວຽດນາມ, ເຫັນດີເພີ່ມທະວີການຮ່ວມມືລະຫວ່າງສູນການເງິນສາກົນສິງກະໂປ ແລະສູນການເງິນສາກົນຫວຽດນາມ ເພືີ່ອໜູນຊ່ວຍເຊິ່ງກັນ ແລະກັນ, ປະກອບສ່ວນໃຫ້ການພັດທະນາລວມຂອງອາຊຽນ.
ໂດຍ: ເຈິ່ນຮວ່ຽນ