ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ແຂວງ ລາວກາຍ ພວມຝາກຝັງຄວາມເຊື່ອໝັ້ນ ແລະຄວາມຄາດຫວັງຕໍ່ກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ດ້ວຍບັນດາລັດຖະນະໂຍບາຍໃໝ່, ສ້າງກຳລັງໜູນການພັດທະນາໃຫ້ແກ່ບ້ານເກີດເມືອງນອນ.

leftcenterrightdel
ເຮືອນຫຼັງໃໝ່ຂອງທ່ານ ຈ້ຽວກົງລີ, ຕາແສງ ອຽນບິ່ງ. ພາບ: vovworld.vn

ໂດຍແມ່ນໜຶ່ງໃນຈຳນວນ 12 ຄອບຄົວຢູ່ຖືກເສຍຫາຍຍ້ອນພາຍຸນ້ຳຖ້ວມໃນທ້າຍປີ 2024, ປັດຈຸບັນໄດ້ຈັດໃຫ້ມາຢູ່ເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່, ໜູນຊ່ວຍກໍ່ສ້າງເຮືອນຫຼັງໃໝ່, ທ່ານ ຈ້ຽວກົງລີ, ຕາແສງ ອຽນບິ່ງ, ລາວກາຍ, ສະແດງຄວາມໃນໃຈວ່າ:

“ມີເຮືອນຫຼັງໃໝ່ຄືແນວນີ້ ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນທີ່ສຸດ, ຂອບໃຈນຳລັດ, ພໍ່ແມ່ປະຊາຊົນບ້ານໃກ້ເຮືອນຄຽງທີ່ໄດ້ສ້າງເງື່ອນໄຂໜູນຊ່ວຍ. ມາແຫ່ງນີ້ແມ່ນສະບາຍທີ່ສຸດ, ບໍ່ຢ້ານຖືກໄພທຳມະຊາດ ຄືຢູ່ບ່ອນເກົ່າອີກ”.

ທ່ານ ຫງວຽນວັນທົງ, ເລຂາໜ່ວຍພັກບ້ານ 6, ຕາແສງ ອຽນບິ່ງ, ໃຫ້ຮູ້ວ່າ ມາຮອດປັດຈຸບັນ, ເສັ້ນທາງຄົມມະນາຄົມຊົນນະບົດໄດ້ກໍ່ສ້າງດ້ວຍເບຕົງ 100%, ລະບົບໄຟຟ້າ, ເຮືອນວັດທະນະທຳໄດ້ລົງທຶນຢ່າງຄົບຊຸດ, ບໍ່ມີຄອບຄົວທຸກຍາກອີກ. ສະນັ້ນ, ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ບັນດາແຜນນະໂຍບາຍ, ລັດຖະນະໂຍບາຍຂອງພັກກໍ່ນັບມື້ນັບເພີ່ມຂຶ້ນ.

ໂດຍ: ກວຽດເຕິມ