ປີ 2025, ການຜະລິດກະສິກໍາ ແລະບໍລິໂພກຜະລິດຕະພັນກະເສດຂອງແຂວງເຊີນລາ ພັດທະນາຂຶ້ນຢ່າງດີເດັ່ນ. ລວມຍອດເນື້ອທີ່ຕົ້ນກິນໝາກ ແລະຕົ້ນໝາກປາງຂອງແຂວງບັນລຸ 85.050 ເຮັດຕາ, ລວມຍອດປະລິມານໄດ້ເກັບກ່ຽວ 526.111 ໂຕນ. ເມື່ອທຽບໃສ່ກັບປີ 2024, ເນື້ອທີ່ເພີ່ມຂຶ້ນ 2,73%; ຜະລິດຕະພັນເພີ່ມຂຶ້ນ 34,47%.

ການນໍາແຂວງເຊີນລາ ແນະນໍາຜະລິດຕະພັນກະເສດຂອງທ້ອງຖິ່ນ. ພາບ: vov.vn

ນອກຈາກການຮັບໃຊ້ຕະຫຼາດພາຍໃນປະເທດແລ້ວ, ການສົ່ງອອກຂອງແຂວງເຊີນລາ ໃນປີ 2025 ຍັງບັນລຸອັດຕາການເຕີບໂຕສູງ, ດ້ວຍມູນຄ່າສິນຄ້າສົ່ງອອກຄາດຄະເນບັນລຸ 225,31 ລ້ານໂດລາສະຫະລັດ; ໃນນັ້ນມູນຄ່າຂອງຜະລິດຕະພັນກະເສດທີ່ເຂົ້າຮ່ວມໃນການສົ່ງອອກແມ່ນປະມານ 218,40 ລ້ານໂດລາສະຫະລັດ, ເພີ່ມຂຶ້ນເກືອບ 15% ເມື່ອທຽບກັບປີກ່ອນ.

ຜະລິດຕະພັນກະເສດບາງຢ່າງບັນລຸປະລິມານການສົ່ງອອກທີ່ຫຼາຍ, ເຊັ່ນ: ຊາ (ຫຼາຍກວ່າ 11,000 ໂຕນ) ແລະກາເຟ (27,800 ໂຕນ), ມຸນຄ່າກວ່າ 112 ລ້ານໂດລາສະຫະລັດ; ມັນຕົ້ນຫຼາຍກວ່າ 102,000 ໂຕນ, ມີມູນຄ່າຫຼາຍກວ່າ 38 ລ້ານໂດລາສະຫະລັດ... ນອກຈາກນັ້ນຍັງມີໝາກມ່ວງ, ໝາກລຳໄຍ, ໝາກກ້ວຍສົດ ແລະຜະລິດຕະພັນປຸງແຕ່ງອື່ນໆ, ເຊັ່ນ: ໝາກນັດ, ສາລີຫວານ,...

ໂດຍ: ໄຊນີດາ