ໃນສະພາບການໂລກພວມມີການປ່ຽນແປງຢ່າງເລິກເຊິ່ງພ້ອມກັບການແກ່ງແຍ້ງທາງພູມສາດການເມືອງ, ການປະທະກັນດ້ານອາວຸດ, ການປ່ຽນແປງຂອງດິນຟ້າອາກາດ, ທຸກຍາກອຶດຫິວ, ຄວາມບໍ່ສະເໝີພາບລະຫວ່າງຍິງ ແລະຊາຍ ແລະການອົບພະຍົກຂະໜາດໃຫຍ່ທີ່ເພີ່ມຂຶ້ນ.

leftcenterrightdel
ທ່ານນາງ Alabali Radovan ລັດຖະມົນຕີກະຊວງການຮ່ວມມືເສດຖະກິດ ແລະການພັດທະນາສະຫະພັນເຢຍລະມັນ. ພາບ: AP

ລັດຖະບານເຢຍລະມັນ ໄດ້ກໍານົດວ່ານະໂຍບາຍພັດທະນາບໍ່ພຽງແຕ່ຢຸດຢູ່ການອຸປະຖໍາທີ່ເປັນມູນເຊື້ອເທົ່ານັ້ນ ຫາກຍັງຕ້ອງໄດ້ສ້າງໂຄງປະກອບຄືນໃໝ່ກາຍເປັນນະໂຍບາຍຮ່ວມມືຍຸດທະສາດ, ຕິດແໜ້ນກັບນະໂຍບາຍການທູດ, ຄວາມສະຫງົບ ແລະເສດຖະກິດ. ເລື່ອງປະຕິຮູບນະໂຍບາຍພັດທະນາໂດຍກະຊວງການຮ່ວມມືເສດຖະກິດ ແລະການພັດທະນາເຢຍລະມັນ (BMZ) ຊັກນໍາເພື່ອແນໃສ່ຮັບປະກັນວ່າເຢຍລະມັນສືບຕໍ່ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບ ແລະມີຜົນສະທ້ອນໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ.

ໃນພາກກໍານົດທິດຮ່ວມມືກັບບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດ່ັນ, ແຜນການຍາວ 26 ໜ້ານີ້ໃຫ້ຂໍ້ສັງເກດວ່າຫຼາຍປະເທດຄູ່ຮ່ວມມືຂອງ BMZ ໄດ້ມີການເຕີບໂຕເສດຖະກິດຢ່າງແຂງແຮງໃນຊຸມປີ ແລະທົດສະວັດຫວ່ງແລ້ວນີ້.

ໃຫ້ການຕີລາຄາກ່ຽວກັບເລື່ອງລັດຖະບານສະຫະພັນເຢຍລະມັນ ໄດ້ເຕື້ອງເຖິງບັນດາຜົນສໍາເລັດຂອງຫວຽດນາມ ຢ່າງພົ້ນເດັ່ນໃນເອກະສານສໍາຄັນກ່ຽວກັບການກໍານົດທິດອະນາຄົດຂອງນະໂຍບາຍພັດທະນາເຢຍລະມັນ, ທ່ານ ປອ Kambiz Ghawami ປະທານອົງການໜູນຊ່ວຍມະຫາວິທະຍາໄລໂລກຂອງເຢຍລະມັນ (WUS) ຖືວ່ານີ້ແມ່ນສິ່ງທີ່ໜ້າຮັບຮູ້.

ທ່ານ ປອ Kambiz Ghawami ຊີ້ແຈ້ງວ່າ: “ສິ່ງນີ້ສະແດງໃຫ້ເຫັນວ່າ ຫວຽດນາມ ພວມໄດ້ຮອງຮັບແມ່ນຄູ່ຮ່ວມມືຍຸຕິທໍາ ແລະໄດ້ຕົກລົງເຂົ້າກຸ່ມໜ້ອຍບັນດາປະເທດຄູ່ຮ່ວມມືພິເສດຂອງ BMZ, ພ້ອມກັບ ບຣາຊິນ, ອິນເດຍ, ອິນໂດເນເຊຍ, ເມັກຊິໂກ, ເປຣູ ແລະອຟາຣິກາໃຕ້, ບັນດາປະເທດຈະໄດ້ຖືເປັນສໍາຄັນກ່ຽວກັບດ້ານຍຸດທະສາດໃນອະນາຄົດ. ສິ່ງນີ້ກໍ່ສະແດງນະໂຍບາຍເພື່ອຜົນປະໂຫຍດຂອງປະຊາຊົນຊາວຫວຽດນາມ ແລະການກໍານົດທິດນະໂຍບາຍມຸ່ງໄປເຖິງການພົວພັນຫຼາຍຝ່າຍ ແລະຕະຫຼາດເປີດໃນສະພາບວິກິດການທົ່ວໂລກ ແລະລັດທິປົກປ້ອງທີ່ນັບມື້ນັບເພີ່ມຂຶ້ນ”.

ໂດຍ: ໄຊນີດາ