Viettel Post ຢືນອັນດັບທີ 1 ໃນທອັບບໍລິສັດໂລຈິດສະຕິກ ທີ່ມີອິດທິພົນຊື່ສຽງປີ 2025
ກປ.ອອນໄລ - Vietnam Report ຫາກໍ່ປະກາດບັນຊີລາຍຊື່ຈັດອັນດັບທອັບ 10 ບໍລິສັດໂລຈິດສະຕິກ ທີ່ມີອິດທິພົນຊື່ສຽງປີ 2025. ໃນທອັບບໍລິສັດສົ່ງເມດ່ວນ - ສົ່ງເຄື່ອງໄລຍະສຸດທ້າຍ, Viettel Post ສືບຕໍ່ຢືນອັນດັບທີ 1, ເປັນຂີດໝາຍປີທີ 6 ທີ່ວິສາຫະກິດ ລອດເຂົ້າໃນທອັບບໍລິສັດທີ່ມີຄວາມແກ່ງແຍ້ງຫຼາຍນີ້ຢ່າງລຽນຕິດ.
ຕາມ Vietnam Report ແລ້ວ, ການຈັດອັນດັບນີ້ໄດ້ສ້າງຕັ້ງອີງໃສ່ 3 ມາດຖານ: ຂີດຄວາມສາມາດດ້ານການເງິນ, ອິດທິພົນຊື່ສຽງດ້ານສື່ມວນຊົນ ແລະການສໍາຫຼວດເອກະລາດນໍາລູກຄ້າ, ຄູ່ຮ່ວມມື, ນັກຊ່ຽວຊານໃນຂະແໜງນີ້. Viettel Post ບັນລຸຄະແນນພົ້ນເດັ່ນຢູ່ທັງສາມພາກສ່ວນ, ພິເສດແມ່ນຢູ່ມາດຖານທີ່ກ່ຽວຂ້ອງເຖິງຄຸນນະພາບການບໍລິການ ແລະຂີດຄວາມສາມາດປ່ຽນແປງໃໝ່ຢ່າງຕໍ່ເນື່ອງຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ.
    |
 |
|
Viettel Post ຢຶດໝັ້ນຕໍ່ຍຸດທະສາດພັດທະນາໂລຈິດສະຕິກອີງໃສ່ເຕັກໂນໂລຢີ, ຂໍ້ມູນ ແລະຫັນລະບົບໃນຂອບຂະໜາດແຫ່ງຊາດເປັນມາດຕະຖານ. ພາບ:qdnd.vn |
ໄປຄຽງຂ້າງພື້ນຖານໂຄງລ່າງເຕັກໂນໂລຢີ, Viettel Post ຍັງສ້າງໂຄງປະກອບຕ່ອງໂສ້ການເຄື່ອນໄຫວຄືນໃໝ່ຢ່າງຕໍ່ເນື່ອງ ຕາມຮູບແບບໂລຈິດສະຕິກຫຼາຍຊັ້ນ, ເຊື່ອມຕໍ່ລະຫວ່າງສາງໃຈກາງ, ສາງເຂດ, ສະຖານທີ່ມອບ-ຮັບໃຫ້ດີທີ່ສຸດ ເພື່ອຫຼຸດຜ່ອນເວລາມອບເຄື່ອງໄລຍະສຸດທ້າຍ. ສູນໂລຈິດສະຕິກຕ່າງໆຫັນເປັນອັດຕະໂນມັດ, ລະບົບ cross-belt sorter, ໂຣບົດ ຍົກຄີບເຄື່ອງ ແລະບັນດາເຕັກໂນໂລຢີຮັບໂສມໜ້າ, ກໍານົດຊື່ໄດ້ຊ່ວຍໃຫ້ວິສາຫະກິດແກ້ໄຂຈໍານວນຫຼາຍເທົ່ານັ້ນ ຫາກຍັງຄວບຄຸມໄດ້ຄຸນນະພາບສົ້ນອອກ.
ແບ່ງປັນຢູ່ພິທີມອບລາງວັນ, ທ່ານ ຟູ່ງວັນເກື່ອງ ຜູ້ອໍານວຍການໃຫຍ່ Viettel Post ໃຫ້ຮູ້ວ່າ: “ເລື່ອງສືບຕໍ່ໄດ້ Vietnam Report ຈັດອັນດັບທີ 1 ໃນທອັບບໍລິສັດສົ່ງເມດ່ວນ - ສົ່ງເຄື່ອງໄລຍະສຸດທ້າຍ ບໍ່ພຽງແຕ່ແມ່ນການຮັບຮູ້ຂອງຕະຫຼາດຕໍ່ກັບຂີດຄວາມສາມາດເຄື່ອນໄຫວຄືໃນປະຈຸບັນເທົ່ານັ້ນ ຫາກຍັງແມ່ນກໍາລັງໜູນເພື່ອໃຫ້ Viettel Post ຢຶດໝັ້ນກັບຍຸດທະສາດພັດທະນາໂລຈິດສະຕິກ ອີງໃສ່ເຕັກໂນໂລຢີ, ຖານຂໍ້ມູນ ແລະຫັນລະບົບໃນຂອບຂະໜາດແຫ່ງຊາດເປັນມາດຕະຖານ”.
ໂດຍ: ໄຊນີດາ