ດ່າໜັງ ຮຽກຮ້ອງສົ່ງເສີມການລົງທຶນປີ 2026
ໃນກອງປະຊຸມ, ນະຄອນດ່າໜັງ ແນະນຳກຳນົດທິດວາງແຜນຜັງ, ພັດທະນາບັນດາໂຄງການພື້ນຖານໂຄງລ່າງຍຸດທະສາດ; ລະດົມການລົງທຶນເຂົ້າຫຼາຍຂົງເຂດຈຸດສຸມ, ມີທ່າໄດ້ປຽບແກ້ງແຍ້ງສູງກວ່າ.
ຕອນບ່າຍວັນທີ 09 ມັງກອນ, ຢູ່ນະຄອນດ່າໜັງ, ຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນປີ 2026. ເຂົ້າຮ່ວມກອງປະຊຸມມີການນຳບັນດາກະຊວງ, ຂະແໜງການຂອງສູນກາງ, ການນຳນະຄອນ ດ່າໜັງ, ຜູ້ຕາງໜ້າບັນດາອົງການທຸຕານຸທູດ, ອົງການຈັດຕັ້ງສາກົນ ແລະ ວິສາຫະກິດນັກລົງທຶນຢູ່ພາຍໃນ ແລະສາກົນ ກວ່າ 500 ແຫ່ງ. ກອງປະຊຸມກໍໄດ້ເຊື່ອມຕໍ່ແບບທາງໄກກັບຜູ້ແທນກວ່າ 300 ທ່ານທີ່ເປັນການນຳບັນດາຕາແສງ, ເທດສະບານ, ເຂດພິເສດ ແລະ ນັກລົງທຶນຜູ້ມີຄວາມສົນໃຈ.
    |
 |
|
ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: vovworld.vn |
ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເນັ້ນໜັກວ່າ:
“ດ້ວຍຈິດໃຈລັດຖະບານສ້າງສາ ແລະຮ່ວມເດີນທາງ, ລັດຖະບານໃຫ້ຄຳໝັ້ນສັນຍາສືບຕໍ່ສ້າງລະບອບລະບຽບການໃຫ້ສົມບູນແບບ, ປົວແປງສະພາບແວດລ້ອມລົງທຶນດໍາເນີນທຸລະກິດຮັບປະກັນລັກສະນະຈະແຈ້ງ, ເປີດເຜີຍ, ຍຸຕິທຳໃຫ້ແກ່ທຸກພາກສ່ວນເສດຖະກິດ; ສຸມໃສ່ລົງທຶນພື້ນຖານໂຄງລ່າງຍຸດທະສາດ, ພິເສດແມ່ນບັນດາເສັ້ນທາງຄວາມໄວສູງເຊື່ອມຕໍ່ເຂດ, ທ່າກ່ຳປັ່ນທະເລ, ເດີ່ນບິນ, ພື້ນຖານໂຄງລ່າງດີຈີຕອນ; ໝູນໃຊ້ກົນໄກນະໂຍບາຍພິເສດຢ່າງມີປະສິດທິຜົນ. ທັງໝົດເພື່ອໃຫ້ນະຄອນ ດ່າໜັງ ສືບຕໍ່ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ຮ່ວມເດີນທາງພ້ອມກັບວິສາຫະກິດ, ຮັບຟັງ, ແກ້ໄຂຄວາມຫຍຸ້ງຍາກ; ສົ່ງເສີມນະວັດຕະກຳ, ຫັນເປັນດີຈີຕອນ ແລະ ພັດທະນາສີຂຽວ.”.
ໃນກອງປະຊຸມ, ນະຄອນ ດ່າໜັງ ແນະນຳກຳນົດທິດວາງແຜນຜັງ, ພັດທະນາບັນດາໂຄງການພື້ນຖານໂຄງລ່າງຍຸດທະສາດ; ລະດົມການລົງທຶນເຂົ້າຫຼາຍຂົງເຂດຈຸດສຸມ, ມີທ່າໄດ້ປຽບແກ້ງແຍ້ງສູງກວ່າ.
ແຫຼ່ງຄັດຈາກ: vovworld.vn