ກວ່າ 5,3 ຕື້ໂດລາສະຫະລັດ ລົງທຶນເຂົ້າເຂດອຸດສາຫະກຳນະຄອນ ໂຮ່ຈີມິນ
ກປ.ອອນໄລ - ປີ 2025, ບັນດາເຂດຜະລິດສົ່ງອອກ ແລະອຸດສາຫະກຳ ນະຄອນ ໂຮ່ຈີມິນ (HEPZA) ໄດ້ດຶງດູດກວ່າ 5,3 ຕື້ໂດລາສະຫະລັດ ຍອດເງິນລົງທຶນ, ເພີ່ມຂຶ້ນ 0,37% ເມື່ອທຽບໃສ່ປີ 2024 ແລະລື່ນ 17,5% ເມື່ອທຽບໃສ່ແຜນການທີ່ໄດ້ວາງອອກ.
ກ່ຽວກັບການລົງທຶນຕ່າງປະເທດ (FDI), ນະຄອນໄດ້ດຶງດູດຍອດເງິນລົງທຶນກວ່າ 3,39 ຕື້ໂດລາສະຫະລັດ; ໃນນັ້ນ, ອອກໃຫ້ໃໝ່ 210 ໂຄງການ ດ້ວຍທຶນຈົດທະບຽນ 1,93 ຕື້ໂດລາສະຫະລັດ.
    |
 |
|
ພາບປະກອບຈາກ ສໍານັກຂ່າວສານຫວຽດນາມ. |
ຢືນອັນດັບທີ 1 ໃນຈຳນວນບັນດາປະເທດ ແລະເຂດແຄ້ວນທີ່ມີຫຼາຍໂຄງການໃໝ່ໄດ້ຮັບອະນຸຍາດຢູ່ HEPZA ແມ່ນ ຮົ່ງກົງ (ຈີນ) ດ້ວຍ 66 ໂຄງການ, ມີຍອດເງິນລົງທຶນເກືອບ 392 ຕື້ໂດລາສະຫະລັດ; ຖັດມາແມ່ນ ຈີນ, ສິງກະໂປ ຕາມລຳດັບ. ບັນດາໂຄງການດຶງດູດນັກລົງທຶນຕ່າງປະເທດຫຼາຍທີ່ສຸດແມ່ນຂຶ້ນກັບຂົງເຂດກົນຈັກ, ຖັດມາແມ່ນຂະແໜງປຼາດສະຕິກ-ຢາງພາລາ, ເອເລັກໂຕນິກ…
ກ່ຽວກັບການລົງທຶນຢູ່ພາຍໃນປະເທດ, ນະຄອນໄດ້ດຶງດູດຍອດເງິນລົງທຶນກວ່າ 48.000 ຕື້ດົ່ງ (ປະມານ 1,9 ຕື້ໂດລາສະຫະລັດ), ເພີ່ມຂຶ້ນ 16,9% ເມື່ອທຽບໃສ່ປີ 2024.
ໃນໄລຍະຈະມາເຖິງ, HEPZA ຄາດວ່າຈະກໍ່ສ້າງ ແລະຜັນຂະຫຍາຍບັນດາແຜນການເຂດອຸດສາຫະກຳ, ເຂດຜະລິດສົ່ງອອກ ແລະສ້າງໂຄງປະກອບບັນດາຂະແໜງອຸດສາຫະກຳຫຼັກແຫຼ່ງຄືນໃໝ່, ຕິດພັນກັບການພັດທະນາອຸດສາຫະກຳເຕັກໂນໂລຢີສູງພາຍຫຼັງທີ່ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ອະນຸມັດຜ່ານ.
ໂດຍ: ຈາງຫງວຽນ