ບັນຍາການອອກແຮງງານຢູ່ບັນດາໂຄງການຈຸດສຸມໃນຕົ້ນປີໃໝ່ໃນທົ່ວປະເທດດຳເນີນໄປຢ່າງຟົດຟື້ນ
ກປ.ອອນໄລ - ໃນໂອກາດປີໃໝ່ສາກົນ 2026, ຢູ່ຫຼາຍໂຄງການຈຸດສຸມໃນທົ່ວປະເທດຍັງຮັກສາລະດັບການດຳເນີນກໍ່ສ້າງຢ່າງຮີບເຮັ່ງ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງບັນດາເຈົ້າຂອງນັກລົງທຶນ, ຜູ້ຮັບເໝົາກໍ່ສ້າງ ໃນການຮັບປະກັນຄວາມຄືບໜ້າຂອງບັນດາໂຄງການຈຸດສຸມຢູ່ບັນດາທ້ອງຖິ່ນ.
ຢູ່ແຂວງ ກວາງຈິ້, ມີວິສະວະກອນ, ກຳມະກອນນັບຮ້ອຍຄົນຍັງໄດ້ເຮັດວຽກຢູ່ສະຖານທີ່ກໍ່ສ້າງໂຄງການທ່າອາກາດສະຍານສາກົນ ກວາງຈິ້ ປະຕິບັດການກໍ່ສ້າງນັບທັງໃນໂອກາດປີໃໝ່ສາກົນ. ອ້າຍ ເລດຶກກ້າມ, ຫົວໜ້າກຸ່ມກໍ່ສ້າງຕິດຕັ້ງ - ໂຄງສ້າງ, ບໍລິສັດຫຸ້ນສ່ວນ Central, ໃຫ້ຮູ້ວ່າ: “ຫົວໜ່ວຍກໍ່ສ້າງຂອງພວກຂ້າພະເຈົ້າເຮັດວຽກນັບທັງໃນຕອນທ່ຽງ, ກິນ, ພັກຜ່ອນຢູ່ສະຖານທີ່ກໍ່ສ້າງເລີຍ, ຕອນຄ່ຳອາດຈະເຮັດວຽກຮອດເວລາ 11 ໂມງ, ພວກຂ້າພະເຈົ້າຕັດສິນໃຈວ່າຈະເຮັດວຽກບໍ່ພັກ, ພະຍາຍາມສູ້ຊົນເພື່ອຮັບປະກັນໃຫ້ກິດຈະກຳກໍ່ສ້າງຖືກຕາມລະດັບຄວາມຄືບໜ້າ”.
ພ້ອມກັບການຍູ້ໄວຄວາມຄືບໜ້າບັນດາໂຄງການຈຸດສຸມ, ແຂວງກວາງຈິ້ ກໍ່ກໍາລັງຮີບເຮັ່ງຜັນຂະຫຍາຍໂຄງການກໍ່ສ້າງເສັ້ນທາງບົກ 15D ຕອນຈາກທ່າກຳປັ່ນ ມີ້ຖຸຍ ໄປຮອດເສັ້ນທາງຄວາມໄວສູງ ກາມໂລ້ - ລາເຊີນ; ຂົວ ເຍີດເລ້…
ເນື່ອງໃນໂອກາດນີ້, ທີ່ສະຖານທີ່ກໍ່ສ້າງລານບິນ ເລກ 2 - ທ່າອາກາດສະຍານ ຝູ່ກາດ, ແຂວງ ຢາລາຍ, ບັນຍາກາດອອກແຮງງານຍັງຄຶກຄຶ້ນ.
ໂດຍ: ຈາງຫງວຽນ