ສະມາຄົມຜັກ, ໝາກໄມ້ ຫວຽດນາມ ໃຫ້ຮູ້ວ່າ ໄລ່ຮອດວັນທີ 31 ທັນວາ 2025, ຍອດວົງເງິນສົ່ງອອກຜັກ, ໝາກໄມ້ຂອງຫວຽດນາມ ຄາດວ່າບັນລຸແຕ່ 8,2 – 8,6 ຕື້ໂດລາສະຫະລັດ, ທຽບເທົ່າກັບລະດັບເຕີບໂຕເກືອບ 18% ເມື່ອທຽບໃສ່ປີ 2024.

leftcenterrightdel
ພາບປະກອບ: nhandan.vn

ໝາກຜົນນີ້ໄດ້ລື່ນກາຍການຄາດຄະເນໃນເບື້ອງຕົ້ນ, ສ່ອງແສງໃຫ້ເຫັນຢ່າງຈະແຈ້ງເຖິງທ່າເຕີບໂຕທີ່ເປັນປົກກະຕິ ແລະ ກຳລັງຄວາມສາມາດແກ່ງແຍ້ງທີ່ນັບມື້ນັບໄດ້ຮັບການຍົກສູງຂຶ້ນຂອງຜັກ, ໝາກໄມ້ ຫວຽດນາມ ໃນຕະຫຼາດສາກົນ. ໝາກຜົນດັ່ງກ່າວ ໄດ້ປະກອບສ່ວນຕັ້ງໜ້າເຂົ້າໃນຜົນງານລວມ ເມື່ອ ຫວຽດນາມ ສືບຕໍ່ນອນໃນກຸ່ມ 25 ປະເທດທີ່ມີວົງເງິນການສົ່ງອອກ - ນຳເຂົ້າໃຫຍ່ທີ່ສຸດໃນໂລກ.

ຈາກພື້ນຖານນີ້, ສະມາຄົມຜັກ, ໝາກໄມ້ ຫວຽດນາມ ໃຫ້ຂໍ້ສັງເກດວ່າ ການສົ່ງອອກຜັກ, ໝາກໄມ້ ປີ 2026 ອາດສາມາດບັນລຸລະດັບ 10 ຕື້ໂດລາສະຫະລັດ. ເພື່ອຫັນເປົ້າໝາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ, ສະມາຄົມໄດ້ກຳນົດສຸມໃສ່ຍົກສູງຄຸນນະພາບ ແລະຄວາມປອດໄພຂອງຜະລິດຕະພັນ, ຍູ້ແຮງການເຄື່ອນໄຫວສົ່ງເສີມການຄ້າ, ໂຄສະນາພາບພົດຂອງຜັກ, ໝາກໄມ້ ຫວຽດນາມ.

ໂດຍ: ກວຽດເຕິມ