ທີ່ດ່ານສາກົນ ຫຶວງິ້, ສູນສົ່ງເສີມການລົງທຶນ, ການຄ້າ ແລະທ່ອງທ່ຽວແຂວງ ລ້າງເຊີນ ໄດ້ສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງຈັດພິທີຕ້ອນຮັບນັກທ່ອງທ່ຽວສາກົນທຳອິດທີ່ເຂົ້າເມືອງຢູ່ລ້າງເຊີນ. ຜ່ານລາຍການ, ແຂວງ ລ້າງເຊີນ ໄດ້ສົ່ງຄຳຕອບບຸນແທນຄຸນ, ສະແດງໃຫ້ເຫັນນ້ຳໃຈເປັນມິດ, ຮັກແພງແຂກຄົນ, ປາດຖະໜາຢາກສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ນັກທ່ອງທ່ຽວ ແລະບັນດາວິສາຫະກິດທ່ອງທ່ຽວ ທີ່ໄດ້ ແລະຈະເອົາໃຈໃສ່ເຖິງການທ່ອງທ່ຽວລ້າງເຊີນ, ຄັດເລືອກລ້າງເຊີນ ເປັນຈຸດນັດພົບທີ່ດຶງດູດໃນປີ 2026.

leftcenterrightdel
ຄະນະນັກທ່ອງທ່ຽວສາກົນໄດ້ຮັບການຕ້ອນຮັບດ້ວຍຄວາມຍິນດີຢ່າງສຸດໃຈຢູ່ຖະໜົນເກົ່າ ໂຮ້ຍອານ. ພາບ: ສໍານັກຂ່າວສານຫວຽດນາມ

ຢູ່ທ່າກຳປັ່ນ ເຈິນໄມ, ບ້ານ ບິ່ງອານ, ຕາແສງ ເຈິນໄມ - ລັງໂກ, ຄະນະກຳມະການປະຊາຊົນນະຄອນ ເຫວ້ ໄດ້ສົມທົບກັບພະແນກທ່ອງທ່ຽວ ແລະບໍລິສັດຫຸ້ນສ່ວນທ່າກຳປັ່ນ ເຈິນໄມ ຈັດລາຍການ “ຂໍ່ານັບຕ້ອນຮັບກຳປັ່ນທ່ອງທ່ຽວ ແລະນັກທ່ອງທ່ຽວທຳອິດມາທ່ຽວ ເຫວ້ ຜ່ານທາງທະເລປີ 2026”.

ກຳປັ່ນທ່ອງທ່ຽວ ADORA MEDITERRANEA ສັນຊາດ ບາຮາມາດ ໄດ້ເຂົ້າທຽບທ່າ, ໂດຍສານນັກທ່ອງທ່ຽວ 2.680 ຄົນ ແລະລູກເຮືອ 920 ຄົນ, ສ່ວນໃຫຍ່ແມ່ນນັກທ່ອງທ່ຽວທີ່ມາຈາກ ຈີນ, ຮົ່ງກົງ (ຈີນ)… ທ່ານ ເຈືອງແທັງມິງ, ຫົວໜ້າສູນຂໍ້ມູນສົ່ງເສີມການທ່ອງທ່ຽວນະຄອນ ເຫວ້, ໃຫ້ຮູ້ວ່າ: “ນັກທ່ອງທ່ຽວມາທ່ຽວ ເຫວ້ ດ້ວຍກຳປັ່ນ ໄດ້ພັດທະນາຢ່າງສະໝ່ຳສະເໝີ. ປະຈຸບັນ, ມີຫຼາຍບໍລິສັດກຳປັ່ນຢາກມາທ່ຽວ ເຫວ້. ນີ້ແມ່ນສັນຍານທີ່ດີໃຫ້ແກ່ຂະແໜງທ່ອງທ່ຽວ. ຄາດວ່າ ປີ 2026 ຈະມີກຳປັ່ນກວ່າ 70 ຖ້ຽວມາທ່ຽວ ເຫ້ວ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າ ຈະສຸມໃສ່ຊອກຫາບັນດາຄູ່ຮ່ວມມື, ຊຸກຍູ້ເພືຶ່ອພັດທະນາຕະຫຼາດນັກທ່ອງທ່ຽວທີ່ມີຄ່າໃຊ້ຈ່າຍສູງທີ່ສຸດນີ້”.

ໃນວັນດຽວກັນ, ຢູ່ວັດ ເກົາ, ຕາແສງ ໂຮ້ຍອານ, ພະແນກວັດທະນະທຳ, ກິລາ ແລະທ່ອງທ່ຽວນະຄອນ ດ່ານັ້ງ ກໍ່ໄດ້ຈັດຕັ້ງເຫດການ “ຂໍ່ານັບຕ້ອນຮັບຄະນະນັກທ່ອງທ່ຽວທຳອິດທີ່ມາທ່ຽວຕົວເມືອງເກົ່າ ໂຮ້ຍອານ ປີ 2026”.

ໂດຍ: ຈາງຫງວຽນ