ປີ 2025 ສ້າງຂີດໝາຍປະຫວັດສາດ ເມື່ອເຂດມໍລະດົກ ແລະ ປູຊະນີຍະສະຖານ ອຽນຕື - ວິງງຽມ - ກົນເຊີນ, ກຽບບາກ ໄດ້ຮັບການຮັບຮອງເອົາຈາກອົງການ UNESCO ວ່າເປັນມໍລະດົກໂລກ, ເຊິ່ງໄດ້ປະກອບສ່ວນຍົກສູງທີ່ຕັ້ງຂອງແຂວງກວາງນິງ ໃນແຜນທີ່ມໍລະດົກທົ່ວໂລກ ແລະເປີດເຂດພັດທະນາໃໝ່ໃຫ້ແກ່ບັນດາຂະແໜງອຸດສາຫະກຳວັດທະນະທຳ.

leftcenterrightdel
ຂະແໜງການທ່ອງທ່ຽວແຂວງກວາງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນ 4,5 ລ້ານເທື່ອຄົນ. ພາບ: baoquangninh.vn

ພ້ອມກັບຂີດໝາຍມໍລະດົກ, ຂະແໜງການທ່ອງທ່ຽວແຂວງກວາງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວບັນລຸ 21,28 ລ້ານເທື່ອຄົນ, ລື່ນແຜນການ 6%; ໃນນັ້ນມີແຂກທ່ອງທ່ຽວສາກົນ 4,5 ລ້ານເທື່ອຄົນ. ຍອດລາຍຮັບຈາກການທ່ອງທ່ຽວຄາດວ່າ ບັນລຸ 57.000 ຕື້ດົ່ງ, ເພີ່ມຂຶ້ນ 22% ເມື່ອທຽບໃສ່ໄລຍະດຽວກັນ. ພ້ອມກັນນັ້ນ, ແຂວງກວາງນິງ ກໍ່ສືບຕໍ່ຍູ້ແຮງການເຄື່ອນໄຫວວັດທະນະທຳໃຫ້ກາຍເປັນຜະລິດຕະພັນກະຕຸ້ນການທ່ອງທ່ຽວຢ່າງມີປະສິດທິຜົນ.

ກ້າວເຂົ້າສູ່ປີ 2026, ແຂວງກວາງນິງ ວາງເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວກວ່າ 22 ລ້ານເທື່ອຄົນ, ລາຍຮັບບັນລຸ 65.000 ຕື້ດົ່ງ, ສຸມໃສ່ການພັດທະນາການທ່ອງທ່ຽວສີຂຽວ, ທ່ອງທ່ຽວອັດສະລິຍະ ແລະເສດຖະກິດມໍລະດົກ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ