ກອງປະຊຸມນະຄອນອັດສະລິຍະ ຫວຽດນາມ - ອາຊີ 2025 (Vietnam - Asia Smart City Summit 2025) ແມ່ນເຫດການເຕັກໂນໂລຢີ - ຕົວເມືອງໃຫຍ່, ເຊິ່ງຈັດຂຶ້ນທີ່ຮ່າໂນ້ຍ ໃນວັນທີ 23 ທັນວາ.

ໃນຕອນເຊົ້າ ໄດ້ດໍາເນີນ 5 ວາລະກອງປະຊຸມສຳມະນາຫົວຂໍ້ສະເພາະ ແລະຕອນບ່າຍດໍາເນີນວາລະຄົບຄະນະ. ດ້ວຍຫົວຂໍ້ຫຼັກ ແມ່ນ “ຕົວເມືອງສີຂຽວ - ອັດສະລິຍະທີ່ຂັບເຄື່ອນດ້ວຍປັນຍາປະດິດ (AI)”, ກອງປະຊຸມ ໂດຍ ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ, ສະມາຄົມຊອບແວ ແລະບໍລິການເຕັກໂນໂລຊີຂໍ້ມູນຂ່າວສານຫວຽດນາມ ສົມທົບກັນຈັດຕັ້ງ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ:​ vov.vn

ກອງປະຊຸມໄດ້ແບ່ງປັນວິໄສທັດ, ປະສົບການ, ການຮ່ວມມື, ກໍ່ສ້າງ ແລະພັດທະນານະຄອນອັດສະລິຍະບັນດາແຂວງ,  ນະຄອນຢູ່ຫວຽດນາມ ແລະສາກົນ; ເຊື່ອມຕໍ່ການຮ່ວມມືຫັນເປັນດີຈີຕອນໃຫ້ບັນດາແຂວງ, ນະຄອນ, ວິສາຫະກິດ, ອົງການຈັດຕັ້ງໃນພາກພື້ນອາຊີ; ນຳສະເໜີບັນດາຜະລິດຕະພັນ, ການບໍລິການດ້ານເຕັກໂນໂລຢີດີຈີຕອນ ເພື່ອຮັບໃຊ້ການກໍ່ສ້າງ, ພັດທະນານະຄອນອັດສະລິຍະ; ສົ່ງເສີມການພັດທະນາວິສາຫະກິດເຕັກໂນໂລຢີດີຈີຕອນນະຄອນຮ່າໂນ້ຍ ແລະເຂດນະຄອນຫຼວງ.

ຕາມບັນດາຊ່ຽວຊານ, ນະຄອນອັດສະລິຍະ ໄດ້ກາຍເປັນຍຸດທະສາດພັດທະນາຕົວເມືອງທົ່ວໂລກ, ໂດຍສຸມໃສ່ແມ່ນການຫັນເປັນດີຈີຕອນ, ການນຳໃຊ້ເຕັກໂນໂລຢີທີ່ທັນສະໄໝ, ເຊັ່ນ: ປັນຍາປະດິດ (AI), ອິນເຕີເນັດສັບພະສິ່ງ (IoT), ຂໍ້ມູນໃຫຍ່ (Big Data) ເພື່ອແກ້ໄຂບັນດາບັນຫາສິ່ງທ້າທາຍກ່ຽວກັບການຄຸ້ມຄອງຕົວເມືອງ, ຍົກລະດັບເງື່ອນໄຂດໍາລົງຊີວິດຂອງຊຸມຊົນ, ພັດທະນາເສດຖະກິດ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ.

ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງ ໄດ້ປະກາດ ແລະມອບລາງວັນນະຄອນອັດສະລິຍະຫວຽດນາມ ປີ 2025 (Vietnam Smart City Award 2025). ລາງວັນນະຄອນອັດສະລິຍະຫວຽດນາມ ປີ 2025 ລວມມີ 8 ລາງວັນສຳລັບບັນດາເຂດຕົວເມືອງ ແລະ 10 ລາງວັນສຳລັບມາດຕະການເຕັກໂນໂລຢີ. ໃນນັ້ນ, ດ່ານັງ ຍາດໄດ້ຮັບລາງວັນນະຄອນອັດສະລິຍະຫວຽດນາມ 2025.

ໂດຍ: ແຕງ ແສງມະນີ