ກ່າວຄໍາເຫັນທີ່ກອງປະຊຸມສຳມະນາ, ທ່ານ ເຈິ່ນແທງຫາຍ, ຮອງຫົວໜ້າກົມນຳເຂົ້າ-ສົ່ງອອກ, ກະຊວງອຸດສາຫະກໍາ ແລະການຄ້າ ຫວຽດນາມ ໄດ້ເນັ້ນໜັກວ່າ ຂີດໝາຍ 30 ປີນັບແຕ່ປີ 1995 ບໍ່ພຽງແຕ່ມີຄວາມໝາຍກ່ຽວກັບການເວລາເທົ່ານັ້ນ, ແຕ່ຍັງເປັນຂີດໝາຍພິເສດໃນຂະບວນການເຊື່ອມໂຍງອີກດ້ວຍ. ຈາກຈຸດເລີ່ມຕົ້ນເມື່ອຍອດວົງເງິນນໍາເຂົ້າ ແລະສົ່ງອອກຍັງຕໍ່າ, ຍັງບໍ່ຮອດ 1 ຕື້ໂດລາສະຫະລັດ, ພາຍຫຼັງ 30 ປີຜ່ານມາ, ການເຕີບໂຕຂອງການເຄື່ອນໄຫວນໍາເຂົ້າ-ສົ່ງອອກ ໄດ້ໄປຄຽງຄູ່ກັບຂະບວນການເຊື່ອມໂຍງ ແລະເປີດປະຕູຂອງພື້ນຖານເສດຖະກິດ.
    |
 |
|
ທ່ານ ເຈິ່ນແທງຫາຍ ຮອງຫົວໜ້າກົມນຳເຂົ້າ-ສົ່ງອອກ (ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ), ແບ່ງປັນທີ່ກອງປະຊຸມໂອ້ລົມສົນທະນາ. ພາບ: ທູຈາງ |
ບໍ່ພຽງແຕ່ມີການເຕີບໂຕກ່ຽວກັບຂະໜາດເທົ່ານັ້ນ, ແຕ່ຄວາມດຸ່ນດ່ຽງດ້ານການຄ້າກໍ່ມີບາດກ້າວຫັນປ່ຽນພໍສົມຄວນ. ທ່ານ ຫາຍ ໃຫ້ຮູ້ວ່າ ໃນໄລຍະກ່ອນປີ 2010, ຫວຽດນາມ ໄດ້ນຳເຂົ້າເກີນດຸນເປັນປະຈໍາ, “ຍິ່ງໄປກວ່ານັ້ນມີຈຸດເວລານຳເຂົ້າເກີນດຸນຫຼາຍທີ່ສຸດ”. ເຖິງຢ່າງໃດກໍ່ຕາມ, ປີ 2012 ເປັນຂີດໝາຍສຳຄັນເມື່ອຄວາມດຸ່ນດ່ຽງດ້ານການຄ້າເລີ່ມມີຄວາມດຸ່ນດ່ຽງ ແລະປ່ຽນໄປສູ່ການສົ່ງອອກເກີນດຸນ. "ແຕ່ປີ 2015 ມາຮອດປະຈຸບັນ, ໂດຍພື້ນຖານແລ້ວພວກເຮົາຮັກສາການສົ່ງອອກເກີນດຸນໄວ້ໄດ້, ດ້ວຍການສ້າງສະຖິຕິໃນປີ 2023," ທ່ານ ຫາຍ ໄດ້ຍົກຕົວຢ່າງທີ່ສະແດງໃຫ້ເຫັນວ່າການນໍາເຂົ້າ ແລະສົ່ງອອກບໍ່ພຽງແຕ່ເປີດກວ້າງກ່ຽວກັບປະລິມານເທົ່ານັ້ນ ແຕ່ຍັງປະກອບສ່ວນ ຢ່າງຕັ້ງໜ້າໃຫ້ແກ່ສະຖຽນລະພາບເສດຖະກິດມະຫາພາກ.
ດັ່ງນັ້ນ, ທ່ານ ຫາຍ ໄດ້ຊີ້ໃຫ້ເຫັນຢ່າງກົງໄປກົງມາເຖິງການເສຍຄວາມສົມດຸນຂະໜາດໃຫຍ່ 3 ຮູບແບບ ຄື: ການເສຍຄວາມສົມດຸນກ່ຽວກັບຕະຫຼາດຍ້ອນການສຸມໃສ່ບາງຄູ່ຮ່ວມມືຫຼັກແຫຼ່ງ; ການເສຍຄວາມສົມດຸນກ່ຽວກັບເຈົ້າກຳເມື່ອຂົງເຂດວິສາຫະກິດ FDI ກວມເອົາອັດຕາສ່ວນຫຼາຍໃນການສົ່ງອອກ; ພິເສດແມ່ນການເສຍຄວາມສົມດຸນກ່ຽວກັບມູນຄ່າເພີ່ມ.
ທ່ານ ຫາຍ ໃຫ້ຂໍ້ສັງເກດວ່າ "ປະຈຸບັນ, ມູນຄ່າສ່ວນໃຫຍ່ທີ່ພວກເຮົາສ້າງຂຶ້ນແມ່ນຢູ່ໃນຂັ້ນຕອນການຜະລິດສຸດທ້າຍ, ໃນຂະນະທີ່ຂັ້ນຕອນຕ່າງໆເຊັ່ນ: ການອອກແບບ, ເຄື່ອງໝາຍການຄ້າ ແລະການແຈກຢາຍຍັງຈຳກັດ".
ໃນສະພາບການນັ້ນ, ການເຄື່ອນໄຫວການນຳເຂົ້າ - ສົ່ງອອກຍັງໄດ້ຮັບຜົນກະທົບຈາກທ່າອ່ຽງທີ່ໃຫຍ່ຫຼວງໃນການຄ້າທົ່ວໂລກ. ທ່ານ ຫາຍ ໄດ້ເນັ້ນໜັກເຖິງທ່າອ່ຽງການແບ່ງເຂດ ແລະຫັນເປັນການຄ້າພາກພື້ນ, ການເພີ່ມຂຶ້ນຂອງລັດທິປົກປ້ອງ, ບັນດາມາດຕະການປ້ອງກັນດ້ານການຄ້າ, ພ້ອມກັບຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງກ່ຽວກັບການພັດທະນາແບບຍືນຍົງ ແລະຫັນລະບົບຕ່ອງໂສ້ສະໜອງເປັນສີຂຽວ. ການຫັນເປັນສີຂຽວບໍ່ພຽງແຕ່ແມ່ນສີຂຽວຢູ່ຜະລິດຕະພັນເທົ່ານັ້ນ, ຫາກຍັງແມ່ນສີຂຽວໃນທົ່ວຂະບວນການຜະລິດ, ແຈກຢາຍອີກດ້ວຍ.
ຕາມທ່ານ ຫາຍ ແລ້ວ, ໃນໄລຍະທີ່ຈະມາເຖິງ, ຫວຽດນາມ ຕ້ອງເອົາໃຈໃສ່ເປັນພິເສດຕໍ່ການພັດທະນາຂະແໜງອຸດສາຫະກຳພື້ນຖານທີ່ມີຄວາມສາມາດສະໜອງວັດຖຸດິບ, ສ່ວນປະກອບ ແລະຜະລິດຕະພັນເຄິ່ງສຳເລັດຮູບໃຫ້ແກ່ຂະແໜງອຸດສາຫະກຳສົ່ງອອກຫຼັກແຫຼ່ງ. ການຫຼຸດຜ່ອນການອີງໃສ່ວັດຖຸດິບນໍາເຂົ້າເທື່ອລະກ້າວບໍ່ພຽງແຕ່ຊ່ວຍເພີ່ມອັດຕາການຜະລິດພາຍໃນປະເທດເທົ່ານັ້ນ ແຕ່ຍັງຊ່ວຍເພີ່ມຄວາມສາມາດຕ້ານທານຂອງພື້ນຖານເສດຖະກິດຕໍ່ກັບຜົນກະທົບຈາກພາຍນອກ ແລະຄວາມສ່ຽງຂາດລະບົບຕ່ອງໂສ້ສະໜອງ. ທ່ານ ຫາຍ ກ່າວວ່າ "ເມື່ອພວກເຮົາສາມາດເປັນເຈົ້າການຜະລິດ, ພວກເຮົາຈຶ່ງສາມາດເວົ້າເຖິງການເພີ່ມມູນຄ່າຕົວຈິງໃນສິນຄ້າສົ່ງອອກ".
ພ້ອມກັບອຸດສາຫະກຳ, ກະສິກຳ ແລະຜະລິດຕະພັນກະເສດປະເພດຕ່າງໆສືບຕໍ່ໄດ້ກໍານົດແມ່ນເສົາຄໍ້າສໍາຄັນຂອງການສົ່ງອອກຫວຽດນາມ ໃນໄລຍະຈະມາເຖິງ. ເຖິງຢ່າງໃດກໍ່ຕາມ, ຕາມທ່ານ ຫາຍ ແລ້ວ, ການສົ່ງອອກຜະລິດຕະພັນກະເສດບໍ່ສາມາດສົ່ງອອກຕາມຈຳນວນປະລິມານເທົ່ານັ້ນ, ຕ້ອງຫັນປ່ຽນໄປສູ່ຄຸນນະພາບ, ປຸງແຕ່ງລົງເລິກ ແລະກໍ່ສ້າງເຄື່ອງໝາຍການຄ້າໃຫ້ໄດ້.
ທິດທາງເດີນທີ່ລຸລ່ວງອີກອັນໜຶ່ງທີ່ທ່ານ ເຈິ່ນແທງຫາຍ ໄດ້ກ່າວຊ້ຳເປັນຫຼາຍເທື່ອນັ້ນແມ່ນການເປັນເຈົ້າການດ້ານເຕັກໂນໂລຢີ ແລະມາດຕະຖານຕະຫຼາດ. ໃນສະພາບການທີ່ຄວາມຮຽກຮ້ອງຕ້ອງການພັດທະນາແບບຍືນຍົງ, ການຫຼຸດຜ່ອນການປ່ອຍອາຍພິດ ແລະຫັນລະບົບຕ່ອງໂສ້ການສະໜອງເປັນສີຂຽວນັບມື້ນັບຮັດກຸ່ມ, ການຕອບສະໜອງມາດຕະຖານບໍ່ພຽງແຕ່ເປັນການຄັດເລືອກເທົ່ານັ້ັນ, ຫາກຍັງໄດ້ກາຍເປັນເງື່ອນໄຂບັງຄັບອີກດ້ວຍ.
ທ່ານ ຫາຍ ໃຫ້ຂໍ້ສັງເກດວ່າ "ການຫັນເປັນສີຂຽວບໍ່ພຽງແຕ່ກ່ຽວກັບຜະລິດຕະພັນດຽວເທົ່ານັ້ນ, ແຕ່ຍັງກ່ຽວກັບຂະບວນການຜະລິດ, ການແຈກຢາຍ ແລະການບໍລິໂພກອີກດ້ວຍ. ວິສາຫະກິດໃດທີ່ປັບຕົວໄວຈະມີທ່າໄດ້ປຽບໃນການແກ່ງແຍ້ງທີ່ຈະແຈ້ງ".
ຈາກແງ່ມູມຂອງຕະຫຼາດ, ທ່ານ ຫາຍ ຖືວ່າ ຄຽງຂ້າງກັບການຂຸດຄົ້ນບັນດາຕະຫຼາດທີ່ເປັນມູນເຊື້ອຢ່າງມີປະສິດທິຜົນນັ້ນ, ຫວຽດນາມ ຕ້ອງສືບຕໍ່ຫັນຕະຫຼາດສົ່ງອອກເປັນຫຼາຍຮູບຫຼາຍແບບ, ຫຼຸດຜ່ອນການອີງໃສ່ບາງຕະຫຼາດຫຼັກແຫຼ່ງຫຼາຍເກີນໄປ. ການໝູນໃຊ້ບັນດາສັນຍາການຄ້າເສລີ (FTA) ລຸ້ນໃໝ່ໃຫ້ເປັນຢ່າງດີນັ້ນບໍ່ພຽງແຕ່ຊ່ວຍເປີດກວ້າງຕະຫຼາດເທົ່ານັ້ນ ຫາກຍັງແມ່ນ “ໄມ້ງັດ” ເພື່ອໃຫ້ວິສາຫະກິດຍົກລະດັບມາດຕະຖານຜະລິດ, ການບໍລິຫານ ແລະປະຕິບັດຕາມ.
FTA ບໍ່ພຽງແຕ່ແມ່ນບຸລິມະສິດດ້ານພາສີເທົ່ານັ້ນ, ແຕ່ຍັງເປັນຂອບເຂດເພື່ອໃຫ້ວິສາຫະກິດຍົກລະດັບຄວາມສາມາດແກ່ງແຍ້ງໃນໄລຍະຍາວ.
ຄຽງຂ້າງກັນນັ້ນ, ທ່ານ ເຈິ່ນແທງຫາຍ ໄດ້ເອົາໃຈໃສ່ເປັນພິເສດເຖິງບົດບາດຂອງວິທີເຮັດການຄ້າແບບໃໝ່, ໂດຍສະເພາະແມ່ນການຄ້າເອເລັກໂຕນິກຂ້າມຊາຍແດນ. ໃນສະພາບການຄ່າໃຊ້ຈ່າຍເຂົ້າເຖິງຕະຫຼາດທີ່ເປັນມູນເຊື້ອນັບມື້ນັບສູງຂຶ້ນ, ການຄ້າເອເລັກໂຕນິກພວມເປີດກວ້າງຊ່ອງຫວ່າງໃໝ່ໃຫ້ແກ່ວິສາຫະກິດ, ພິເສດແມ່ນວິສາຫະກິດຂະໜາດນ້ອຍ ແລະກາງ, ເຂົ້າຮ່ວມລະບົບມູນຄ່າທົ່ວໂລກໂດຍກົງ. ການຄ້າເອເລັກໂຕນິກບໍ່ພຽງແຕ່ຊ່ວຍເປີດກວ້າງຕະຫຼາດເທົ່ານັ້ນ, ຫາກຍັງຕັດສັ້ນໄລຍະຫ່າງລະຫວ່າງຜູ້ຜະລິດກັບຜູ້ບໍລິໂພກ, ນີ້ຈະແມ່ນໜຶ່ງໃນບັນດາກໍາລັງແຮງເຕີບໂຕໃໝ່ຂອງການສົ່ງອອກໃນໄລຍະຈະມາເຖິງ.
ອີກເສົາຄໍ້າໜຶ່ງທີ່ບໍ່ສາມາດຂາດໄດ້ແມ່ນ logistics. ຕາມທ່ານ ຫາຍ ແລ້ວ, ມີສິນຄ້າ, ມີຕະຫຼາດແຕ່ຖ້າຫາກຄ່າໃຊ້ຈ່າຍ logistics ສູງ ແລະເວລາຂົນສົ່ງແກ່ຍາວ, ກໍາລັງຄວາມສາມາດໃນການແກ່ງແຍ້ງຂອງສິນຄ້າສົ່ງອອກຈະຖືກຫຼຸດລົງ. ສະນັ້ນ, ການຍົກລະດັບຄວາມສາມາດໃນການຂົນສົ່ງ, ເພີ່ມປະສິດທິຜົນຂອງລະບົບຕ່ອງໂສ້ການສະໜອງ ແລະການເຊື່ອມຕໍ່ຢ່າງມີປະສິດທິຜົນລະຫວ່າງການຜະລິດ, ການສົ່ງອອກ ແລະການແຈກຢາຍສິນຄ້າແມ່ນຄວາມຮຽກຮ້ອງຕ້ອງການພື້ນຖານເພື່ອຮັກສາການເຕີບໂຕຂອງການສົ່ງອອກແບບຍືນຍົງ.
ຈາກແງ່ມູມຂອງການຄຸ້ມຄອງລັດ, ທ່ານ ເຈິ່ນແທງຫາຍ ໃຫ້ຮູ້ວ່າ ບັນດາອົງການທີ່ກ່ຽວຂ້ອງຈະສືບຕໍ່ຮ່ວມເດີນທາງກັບວິສາຫະກິດໃນການປັບປຸງລະບອບລະບຽບການ, ປະຕິຮູບລະບຽບການບໍລິຫານ, ເພີ່ມທະວີການສະໜອງຂໍ້ມູນຂ່າວສານການຕະຫຼາດ ແລະການເຕືອນໄພລ່ວງໜ້າໃຫ້ໄວກ່ຽວກັບຄວາມສ່ຽງດ້ານການຄ້າ. ເປົ້າໝາຍແມ່ນເພື່ອສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ວິສາຫະກິດມີຄວາມອຸ່ນອ່ຽນໃຈຕໍ່ການລົງທຶນໃນໄລຍະຍາວ, ຍົກສູງຄວາມສາມາດໃນການແກ່ງແຍ້ງແຂ່ງຂັນ, ແລະເຂົ້າຮ່ວມລະບົບມູນຄ່າທົ່ວໂລກຢ່າງເລິກເຊິ່ງກວ່າເກົ່າ.
ໂດຍ: ໄຊນີດາ