ຫວຽດນາມ ແມ່ນ “ຈຸດນັດພົບແຖວໜ້າ” ຂອງນັກທ່ອງທ່ຽວຈີນ ໃນໂອກາດບຸນປີໃໝ່ສາກົນ 2026
ກປ.ອອນໄລ - ຈຳນວນການຈອງປີ້ຍົນ ໄປເຖິງນະຄອນໂຮ່ຈີມິນ ແລະ ຮ່າໂນ້ຍ ຂອງນັກທ່ອງທ່ຽວຈີນ ເພີ່ມຂຶ້ນ 3,2 ເທົ່າ ແລະ 2,4 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນປີກາຍ.
ຂໍ້ມູນຈາກຫຼາຍແອັບທ່ອງທ່ຽວທາງອອນລາຍຂອງຈີນ ສະແດງໃຫ້ເຫັນວ່າ ໃນໂອກາດບຸນປີໃໝ່ສາກົນ 2026, ຫວຽດນາມ ແມ່ນ “ຈຸດນັດພົບແຖວໜ້າ” ຂອງປະຊາຊົນຈີນ.
ຕາມຂໍ້ມູນຂອງ Qunar, ແອັບພຼີເຄຊັນທ່ອງທ່ຽວໃຫຍ່ແຖວໜ້າຂອງຈີນ ທີ່ມີສຳນັກງານຕັ້ງຢູ່ນະຄອນຫຼວງປັກກິ່ງ ແລ້ວ, ການເລືອກເອົາຈຸດນັດພົບໃຫ້ວັນພັກບຸນປີໃໝ່ສາກົນປີນີ້ ສະແດງໃຫ້ເຫັນວ່າ ທ່າອຽງ “ບັນດາຖ້ຽວບິນໃນໄລຍະສັ້ນນຳໜ້າ ແລະບັນດາຖ້ຽວບິນໃນໄລຍະຍາວຂະຫຍາຍຕົວ”.
ບັນດາສະຖານທີ່ທ່ອງທ່ຽວທີ່ເປັນມູນເຊື້ອ, ຄື: ມາເລເຊຍ, ສິງກະໂປ ແລະ ໄທ ຍັງໄດ້ຮັບການຕີລາຄາສູງ, ໃນຂະນະນັ້ນ ສ.ເກົາຫຼີ ແລະ ຫວຽດນາມ ກຳລັງກາຍເປັນ "ຈຸດນັດພົບແຖວໜ້າ" ແຫ່ງໃໝ່. ຈໍານວນການຈອງປີ້ຍົນ ໄປເຖິງນະຄອນໂຮ່ຈີມິນ ແລະ ຮ່າໂນ້ຍ ເພີ່ມຂຶ້ນ 3,2 ເທົ່າ ແລະ 2,4 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ດຶງດູດນັກທ່ອງທ່ຽວຈີນ ໃນເກນອາຍຸ 23-30 ປີ ຈຳນວນຫຼວງຫຼາຍ.
ໂດຍ: ທະນູສອນ ລຽງຄຳອ່ອນ