ໂດຍຕ້ານການຂຸດຄົ້ນ IUU (ການເຄື່ອນໄຫວຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ) ຢ່າງຂ້ຽວຂາດ, ແຂວງ ກວາງຈິ ບໍ່ພຽງແຕ່ຮັດແໜ້ນການກວດກາຈາກທ່າເຮືອຫາປາ ໄປຮອດເຂດຫາປາເທົ່ານັ້ນ, ຫາກຍັງເພີ່ມທະວີການຕິດຕາມກວດກາອີກດ້ວຍ, ບໍ່ໃຫ້ບັນດາເຮືອຫາປາທີ່ບໍ່ມີເງື່ອນໄຂຄົບຖ້ວນອອກເຄື່ອນໄຫວຢູ່ນອກຝັ່ງ.

leftcenterrightdel
ເຮືອຫາປາຂອງຊາວປະມົງແຂວງ ກວາງຈິ. ພາບ: VOV

ອາທິດຜ່ານມາ, ທາງແຂວງກໍປະຕິບັດສຳເລັດການກວດກາຢັ້ງຢືນ ແລະປັບໄໝເຮືອຫາປາ 3 ລຳທີ່ລະເມີດລະບຽບການບໍລິຫານ, ອົງການເຈົ້າໜ້າທີ່ພວມກວດກາຢັ້ງຢືນເຮືອຫາປາ 2 ລຳທີ່ຂາດສັນຍານຕິດຕໍ່.

ທ່ານ ຟ້າມດຶກຮຸ່ງ, ຮອງປະທານຄະນະກຳມະການປະຊາຊົນ ຕາແສງ ຮວ່າແຈັກ, ແຂວງ ກວາງຈິ (ເມືອງ ກວາງແຈັກ, ແຂວງ ກວາງບິ່ງ ເກົ່າ), ສະເໜີວ່າ:

“ສະເໜີໃຫ້ຊີ້ນຳບັນດາສູນລົງທະບຽນ, ກວດກາເຕັກນິກ ກໍສາມາດປະກອບເພີ່ມຊອບແວໜຶ່ງເພື່ອສົ່ງຂໍ້ມູນເຖິງບັນດາເຈົ້າຂອງເຮືອຫາປາ ຄືດັ່ງຢູ່ບັນດາສູນກວດກາເຕັກນິກກົນຈັກອື່ນ. ປະມານ 10 ວັນ ກ່ອນທີ່ເອກະສານຈະໝົດກຳນົດເວລາແມ່ນ ຈະສົ່ງແຈ້ງການລະອຽດເຖິງບັນດາເຈົ້າຂອງເຮືອນັ້ນ”.

ແຫຼ່ງຄັດຈາກ vovworld.vn