leftcenterrightdel
ພິທີໄຂງານບຸນມໍລະດົກກາເຟທົ່ວໂລກ 2025. ພາບ: vov.vn

ໃນຂອບງານບຸນຕີຄ້ອງອາຊີຕາເວັນອອກສຽງໃຕ້ 2025, ຕອນຄໍ່າຂອງວັນທີ 21 ທັນວາ, ທີ່ແຂວງເລີມດົງ ງານບຸນມໍລະດົກກາເຟທົ່ວໂລກ 2025 ຄັ້ງທີ I ໄດ້ໄຂຂື້ນຢ່າງເປັນທາງການ. ງານບຸນດຳເນີນແຕ່ວັນທີ 18 ທັນວາ 2025 ຫາວັນທີ 2 ມັງກອນ 2026, ດ້ວຍຈຸດພົ້ນເດັ່ນແມ່ນເຂດມໍລະດົກກາເຟທົ່ວໂລກ, ເຂດວາງສະແດງ, ຊີມລົດຊາດກາເຟ, ອາຫານ ແລະບັນດາລາຍການສິລະປະ, ຄື: ຄ່ຳຄືນດົນຕີກາເຟ-ເມືອງແຫ່ງພູເຂົາ, ສີສັນອາເມຣິກາໃຕ້, ວັນງານຄິດສະມາດ ແລະ Countdown ຕ້ອນຮັບປີໃໝ່ 2026.

ກ່າວຄໍາເຫັນທີ່ພິທີເປີດທ່ານ ຫງວຽນວັນລົກ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະການທ່ອງທ່ຽວ ແຂວງເລີມດົ້ງໃຫ້ຮູ້ວ່າ: ໂດຍຜ່ານບັນດາເຂດວາງສະແດງ, ແລກປ່ຽນວັດທະນະທຳ ແລະກອງປະຊຸມສາກົນ, ງານບຸນນີ້້ຈະສ້າງເວທີເປີດກວ້າງ, ບ່ອນທີ່ກາເຟຫວຽດນາມຖືກຈັດວາງລວມເຂົ້າໃນມໍລະດົກກາເຟໂລກ. ໃນເວລາຈະມາເຖິງ, ແຂວງເລີມດົງ ຄາດວ່າ ງານບຸນນີ້້ຈະກາຍເປັນກິດຈະກຳປະຈຳປີທີ່ມີຊື່ສຽງ, ເປັນເອກະລັກຂອງແຂວງເລີມດົງ, ແມ່ນສະຖານທີ່ນັດພົບຂອງບັນດາຜູ້ມັກກາເຟໃນທົ່ວໂລກ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ