ເປັນຄັ້ງທຳອິດທີ່ ຫວຽດນາມ ປະຕິບັດການຈັດແບ່ງໂຄຕາການປ່ອຍອາຍພິດ
ກປ.ອອນໄລ - ທີ່ກອງປະຊຸມ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ນີ້ເປັນຄັ້ງທຳອິດທີ່ ຫວຽດນາມ ປະຕິບັດການຈັດແບ່ງໂຄຕາການປ່ອຍອາຍພິດ ແລະການທົດລອງແມ່ນບາດກ້າວສຳຄັນເພື່ອສ້າງກົນໄກຄຸ້ມຄອງໃຫ້ສຳເລັດກ່ອນທີ່ຈະໄດ້ບັງຄັບໃຊ້ໃນຂອບເຂດທົ່ວປະເທດ.
ຕອນເຊົ້າວັນທີ 24 ທັນວາ, ຢູ່ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມຮັບຟັງບົດລາຍງານກ່ຽວກັບການອະນຸມັດຜ່ານຍອດໂຄຕາການປ່ອຍອາຍພິດເຮືອນແກ້ວສຳລັບປີ 2025 – 2026. ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ປະຕິບັດການຈັດແບ່ງໂຄຕາການປ່ອຍອາຍພິດ.
    |
 |
|
ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: VOV |
ທີ່ກອງປະຊຸມ, ທ່ານ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ ນີ້ເປັນຄັ້ງທຳອິດທີ່ ຫວຽດນາມ ປະຕິບັດການຈັດແບ່ງໂຄຕາການປ່ອຍອາຍພິດ ແລະການທົດລອງແມ່ນບາດກ້າວສຳຄັນເພື່ອສ້າງກົນໄກຄຸ້ມຄອງໃຫ້ສຳເລັດກ່ອນທີ່ຈະໄດ້ບັງຄັບໃຊ້ໃນຂອບເຂດທົ່ວປະເທດ. ດັ່ງນັ້ນ, ໃນວິວັດການທົດລອງຕ້ອງຄິດໄລ່ໂຄຕາໃຫ້ແກ່ແຕ່ລະຂົງເຂດຢ່າງລະອຽດ (ຊີມັງ, ເຫຼັກກ້າ, ໄຟຟ້າ…), ກຳນົດຂອບຂະໜາດວິສາຫະກິດນຳເຂົ້າທົດລອງເພື່ອກະກຽມຜັນຂະຫຍາຍ 100% ບັນດາເປົ້າໝາຍປ່ອຍອາຍພິດໃນອະນາຄົດ .
ກ່ຽວກັບວິວັດການປະຕິບັດແບບບັງຄັບ, ໄລຍະແຕ່ນີ້ຮອດປີ 2027 ຈະສຸມໃສ່ທົດລອງເພື່ອສ້າງບັນດາກົນໄກ, ນະໂຍບາຍໃຫ້ຄົບຊຸດ. ນັບແຕ່ປີ 2028, ການຄຸ້ມຄອງໂຄຕາການປ່ອຍອາຍພິດຈະໄດ້ຮັບການຜັນຂະຫຍາຍຢ່າງເປັນທາງການ ແລະບັງຄັບໃຊ້ໃນຂອບເຂດທົ່ວປະເທດສຳລັບທຸກຂົງເຂດ ແລະວິສາຫະກິດ.
ໂດຍ: ທະນູສອນ ລ່ຽງຄໍາອ່ອນ