ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບວຽກງານປີ 2025 ແລະຜັນຂະຫຍາຍທິດທາງໜ້າທີ່ປີ 2026, ໂດຍພະແນກການຕ່າງປະເທດນະຄອນໂຮ່ຈີມິນ ຈັດຕັ້ງໃນຕອນບ່າຍວັນທີ 22 ທັນວາ, ທ່ານ ຫງວຽນລົກຮ່າ, ຮອງປະທານຜູ້ປະຈໍາການຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ເນັ້ນໜັກວ່າ ປີ 2026, ພະແນກການຕ່າງປະເທດ ຈະສືບຕໍ່ເປັນເສນາທິການ ແລະຈັດຕັ້ງການປະຕິບັດວຽກງານພົວພັນຕ່າງປະເທດຕາມທິດຕັ້ງໜ້າ, ເປັນເຈົ້າການ, ຮອບດ້ານ ແລະມີປະສິດທິຜົນ; ສະໜິດຕິດພັນຢ່າງແໜ້ນແຟ້ນການເຄື່ອນໄຫວພົວພັນຕ່າງປະເທດກັບເປົ້າໝາຍພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະຍົກສູງທີ່ຕັ້ງຂອງນະຄອນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ຄຽງຂ້າງນັ້ນ, ພະແນກການຕ່າງປະເທດນະຄອນໂຮ່ຈີມິນ ຄວນສືບຕໍ່ຍົກສູງຄຸນນະພາບ ແລະປະສິດທິຜົນວຽກງານຈັດຕັ້ງການເຄື່ອນໄຫວພົວພັນຕ່າງປະເທດຂອງການນຳນະຄອນ; ເປັນປະທານໃນການເປັນເສນາທິການ ແລະຜັນຂະຫຍາຍວຽກງານເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່ຢ່າງມີປະສິດທິຜົນ; ເປັນເສນາທິການໃນການກໍ່ສ້າງຢ່າງຮີບດ່ວນ ແລະສ້າງແຜນການເຄື່ອນໄຫວພົວພັນຕ່າງປະເທດຂອງນະຄອນ ໄລຍະ 2025-2030, ວິໄສທັດຮອດປີ 2045 ໃຫ້ສົມບູນແບບ...

ບົດລາຍງານທີ່ກອງປະຊຸມໃຫ້ຮູ້ວ່າ, ປີ 2025, ນະຄອນໂຮ່ຈີມິນ ໄດ້ເປັນປະທານ ແລະສົມທົບກັນຈັດຕັ້ງບັນດາເຫດການພົວພັນຕ່າງປະເທດຢ່າງສຳເລັດຜົນໃນຫຼາຍຂົງເຂດ,  ຄື: ການເມືອງ-ເສດຖະກິດ-ວັດທະນະທໍາ-ທ່ອງທ່ຽວ. ນະຄອນໄດ້ຢືນຢັນທີ່ຕັ້ງເປັນໃຈກາງການພົວພັນຕ່າງປະເທດຂອງເຂດພາກໃຕ້ ແລະປະກອບສ່ວນຫັນແນວທາງພົວພັນຕ່າງປະເທດ ຂອງພັກ, ລັດ ໃນໄລຍະໃໝ່ໃຫ້ປະກົດຜົນເປັນຈິງ: ເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະເລິກເຊິ່ງກວ້າງຂວາງ.

ໂດຍ: ເຈິ່ນຮວ່ຽນ