ແກ້ໄຂ “ບັດເຫຼືອງ” IUU: ແຂວງອານຢາງ ກວດກາເຮືອຫາປາຄືນໃໝ່
ກປ.ອອນໄລ - ຄະນະກຳມະການປະຊາຊົນແຂວງອານຢາງ ສົ່ງຂໍ້ຄວາມຜ່ານໂທລະສັບມືຖືເພື່ອຕ້ານ ແລະສະກັດກັ້ນ IUU ໃຫ້ປະຊາຊົນ, ເພີ່ມທະວີການໂຄສະນາ, ເຜີຍແຜກົດໝາຍວ່າດ້ວຍສິນໃນທະເລ...
ໂດຍປະຕິບັດຕາມການຊີ້ນໍາຂອງນາຍົກລັດຖະມົນຕີ, ທ່ານ ໂຮ່ວັນມື່ງ ປະທານຄະນະກຳມະການປະຊາຊົນແຂວງອານຢາງ, ຫົວໜ້າຄະນະຊີ້ນຳກ່ຽວກັບ IUU ແຂວງອານຢາງ ໄດ້ສະເໜີຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ, ບັນດາພະແນກ, ຄະນະ, ຂະແໜງການທີ່ກ່ຽວຂ້ອງຊີ້ນໍາ, ຜັນຂະຫຍາຍໜ້າທີ່ປ້ອງກັນ, ຕ້ານການຂຸດຄົ້ນສິນໃນທະເລຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມກົດລະບຽບ (IUU) ຢ່າງແທດຈິງ, ມີປະສິດທິຜົນ.
    |
 |
|
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ |
ຕາມນັ້ນແລ້ວ, ຫ້ອງການຄະນະກຳມະການປະຊາຊົນແຂວງອານຢາງ ສົ່ງຂໍ້ຄວາມຜ່ານໂທລະສັບມືຖືເພື່ອຕ້ານ ແລະສະກັດກັ້ນ IUU ໃຫ້ປະຊາຊົນ, ເພີ່ມທະວີການໂຄສະນາ, ເຜີຍແຜກົດໝາຍວ່າ ດ້ວຍສິນໃນທະເລ, ເອກະສານແນະນໍາການປະຕິບັດກົດໝາຍວ່າດ້ວຍສິນໃນທະເລ, ບັນດາກົດລະບຽບຕ້ານ ແລະສະກັດກັ້ນ IUU.
ແຂວງໄດ້ສ້າງຕັ້ງທີມປະຕິບັດງານເພື່ອລົງໄປຫາເຮືອນຂອງປະຊາຊົນ, ເຈົ້າຂອງເຮືອ, ກັບຕັນເຮືອ ແລະລູກເຮືອທີ່ກ່ຽວຂ້ອງກັບເຂົ້າຮ່ວມການຂຸດຄົ້ນສິນໃນທະເລ ເພື່ອໂຄສະນາ, ປຸກລະດົມປະຕິບັດຕາມລະບຽບການຢ່າງເຂັ້ມງວດກ່ຽວກັບການຕ້ານ ແລະສະກັດກັ້ນ IUU. ກຸ່ມປະຊາຊົນຄຸ້ມຄອງເອງ ແລະກຸ່ມຄຸ້ມຄອງເອງຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍສົມທົບກັບຕໍາຫຼວດທ້ອງຖິ່ນ, ປ້ອມ/ຄ້າຍທະຫານຊາຍແດນຢູ່ບໍລິເວນຈັດຕັ້ງກອງປະຊຸມປະຊາຊົນເພື່ອໂຄສະນາໃຫ້ປະຊາຊົນເຂົ້າໃຈ, ປະຕິບັດບັນດາຂໍ້ກໍານົດໃນການປ້ອງກັນ, ຕ້ານ IUU ຢ່າງເຂັ້ມງວດ; ບໍ່ຂຸດຄົ້ນສິນໃນທະລຢູ່ເຂດທະເລຕ່າງປະເທດຢ່າງເດັດຂາດ.
ໂດຍ: ໄຊນີດາ