leftcenterrightdel
ພາບປະກອບ: Vov.vn

ນັບແຕ່ວັນທີ 23 ທັນວາ 2025, ລະບົບຄົ້ນຫາຕົ້ນກຳເນີນໃນເວັບໄຊ www.verigoods.vn ຂອງກະຊວງອຸດສາຫະກຳ ແລະການຄ້າເຂົ້າເຄື່ອນໄຫວຢ່າງເປັນທາງການ. ລະບົບນີ້ໄດ້ສ້າງຂຶ້ນຕາມກຳນົດທິດຖືປະຊາຊົນ ແລະວິສາຫະກິດເປັນໃຈກາງ, ສວມບົດບາດເປັນຂົວເຊື່ອມຕໍ່ລະຫວ່າງວິສາຫະກິດ ແລະຜູ້ບໍລິໂພກ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານຕະຫຼາດ. ຜ່ານການເຮັດແຈ້ງຂໍ້ມູນຜະລິດຕະພັນດ້ວຍວິທີການຢັ້ງຢືນຕ່າງໆຄື ລະຫັດ QR, ຜູ້ບໍລິໂພກອາດສາມາດຮັບຮູ້ຜະລິດຕະພັນຂອງແທ້ຢ່າງງ່າຍດາຍ. ການຜັນຂະຫຍາລະບົບຄົ້ນຫາຕົ້ນກຳເນີດຂອງກະຊວງອຸດສາຫະກຳ ແລະການຄ້າທີ່ໄດ້ຮັບຄວາມຫວັງວ່າຈະໜູນຊ່ວຍດ້ານເຕັກນິກ, ສ້າງກຳລັງຄວາມສາມາດໃນການຄົ້ນຫາຕົ້ນກຳເນີດຜ່ານນັ້ນຊຸກຍູ້ການຫັນເປັນດີຈີຕອນຢ່າງຄົບຊຸດພາຍໃນທົ່ວຂະແໜງການ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ