ຕອນຄ່ຳວັນທີ 21 ທັນວາ, ທີ່ນະຄອນຫຼວງປັກກິ່ງ, ລາຍການ “ວັນວັດທະນະທໍາຫວຽດນາມ ຢູ່ປະເທດຈີນ” ໄດ້ຈັດຂຶ້ນທີ່ໂຮງລະຄອນສູນກາງຈີນ.

ເຫດການໂດຍກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ສົມທົບກັບສະຖານທູດຫວຽດນາມ ປະຈຳ ຈີນ ຈັດຕັ້ງຮ່ວມກັນ, ເພື່ອແນໃສ່ໂຄສະນາຄວາມງາມທາງດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງປະເທດ ແລະປະຊາຊົນຫວຽດນາມ ເຖິງເພື່ອນມິດຈີນ ແລະສາກົນ.

leftcenterrightdel
ນັກສິລະປິນສະແດງບົດເພງ “ຫວຽດນາມ - ຈີນ”. ພາບ: vov.vn

ເຫດການນີ້ເປັນການປິດການເຄື່ອນໄຫວພົບປະແລກປ່ຽນທີ່ມີຄວາມໝາຍ ແລະປະສົບຜົນສຳເລັດຫຼາຍຢ່າງໃນຂອບເຂດການສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ ແລະຈີນ ແລະປີພົບປະແລກປ່ຽນມະນຸດສະທຳຫວຽດນາມ-ຈີນ 2025.

ລາຍການສະແດງສິລະປະ "ສີສັນວັດທະນະທຳ" ເປັນການສະແດງທີ່ມີຊີວິດຊີວາ, ປະສົມປະສານເພງ, ການຟ້ອນ, ດົນຕີພື້ນເມືອງຂອງຫວຽດນາມ ກັບບາງລາຍການສະແດງສິລະປະທີ່ພົ້ນເດັ່ນຂອງປະເທດ ຈີນ.

ນອກຈາກລາຍການສິລະປະແລ້ວ, ຫວຽດນາມ ຍັງໄດ້ຈັດງານວາງສະແດງຮູບພາບ “ຫວຽດນາມ - ຈຸດໝາຍປາຍທາງມໍລະດົກແຖວໜ້າຂອງໂລກ”, ນໍາສະເໜີວັດທະນະທໍາຂອງຫວຽດນາມເຖິງເພື່ອນມິດສາກົນມໍລະດົກ.

ໂດຍ: ໄຊນີດາ