ຕອນຄໍ່າວັນທີ 21 ທັນວາ, ພິທີປິດງານໂຍນໝາກຄອນສາມປະເທດ ຫວຽດນາມ - ລາວ - ຈີນ ຄັ້ງທີ IX ດ້ວຍຫົວຂໍ້ “ສາມັກຄີ, ມິດຕະພາບ - ເຕັັມໄປດ້ວຍນໍ້າໃຈແຫ່ງຊາຍແດນ - ພ້ອມກັນພັດທະນາ” ໄດ້ຈັດຕັ້ງຢູ່ແຂວງດ້ຽນບຽນ.

leftcenterrightdel
ຄະນະຈັດຕັ້ງໄດ້ມອບລາງວັນທີ 1, 2, 3 ໃຫ້ຄະນະເຂົ້າຮ່ວມເຫດການ. ພາບ: ສໍານັກຂ່າວສານຫວຽດນາມ

ໃນເວລາງານບຸນ, ບັນດາກິດຈະກຳດ້ານວັດທະນະທຳ, ກິລາ, ທ່ອງທ່ຽວ ແລະພົບປະແລກປ່ຽນລ້ວນແຕ່ໄດ້ຈັດຂຶ້ນຢ່າງລອບຄອບຖີ່ຖ້ວນ ແລະສົມກຽດ. ຫຼັງຈາກການແຂ່ງຂັນທີ່ຟົດຟື້ນ ແລະທີ່ມີຄວາມຈັບອົກຈັບໃຈເປັນເວລາ 3 ວັນ, ຄະນະຈັດຕັ້ງໄດ້ມອບ 34 ລາງວັນ  ສຳລັບ 34 ລາຍການໃນ 6 ປະເພດກິລາ. ຜົນການແຂ່ງຂັນ, ແຂວງດ້ຽນບຽນ ຍາດໄດ້ລັງວັນທີ 1; ແຂວງລາຍເຈົາ      ຍາດໄດ້ລາງວັນທີ 2; ລາງວັນທີິ 3 ແມ່ນຂອງ ເມືອງ jiang cheng (ຈີນ) ແລະຄະນະແຂວງຜົ້ງສາລີ (ລາວ).

ທີ່ພິທີປິດ, ທ່ານ ຫງວຽນມິງຟູ ຮອງປະທານຄະນະກຳມະການປະຊາຊົນແຂວງດ້ຽນບຽນ ໄດ້ມອບທຸງຈັດຕັ້ງໃຫ້ທ່ານ hu xing hua, ເລຂາຄະນະພັກເມືອງ jiang cheng, ນະຄອນ pu e, ແຂວງຢຸນນານ (ຈີນ), ບ່ອນຈັດຕັ້ງງານບຸນໂຍນໝາກຄອນ ສາມປະເທດ ຫວຽດນາມ-ລາວ-ຈີນ ຄັ້ງທີ 10.

ໂດຍ: ໄຊນີດາ