ທີ່ກອງປະຊຸມສຸດຍອດ ຄັ້ງທີ 67 ກຸ່ມຕະຫຼາດລວມອາເມລິກາໃຕ້ (Mercosur) ທີ່ຈັດຂຶ້ນຢູ່ Foz de Iguazu ໃນວັນທີ 20 ທັນວາ, ທ່ານ Mauro Vieira ລັດຖະມົນຕີກະຊວງການຕ່າງປະເທດບຣາຊິນ ໄດ້ປະກາດເປີດການເຈລະຈາສັນຍາການຄ້າເສລີບຸລິມະສິດ (PTA) ກັບຫວຽດນາມ.

leftcenterrightdel
ພາບປະກອບຈາກ VGP.

ໃນຖະແຫຼງການຂອງທ່ານໃນຖານະເປັນຜູ້ຕາງໜ້າຂອງປະເທດປະທານໝູນວຽນ Mercosur, ທ່ານລັດຖະມົນຕີກະຊວງການຕ່າງປະເທດ Mauro Vieira ໄດ້ເນັ້ນໜັກວ່າ ຫວຽດນາມ ເປັນຄູ່ຮ່ວມມືການຄ້າທີ່ສຳຄັນຂອງ Mercosur. ປະຈຸບັນ ບຣາຊິນ ເປັນຄູ່ຮ່ວມມືການຄ້າແຖວໜ້າຂອງຫວຽດນາມ ໃນພາກພື້ນອາເມລິກາລາຕິນ.

ໃນຊຸມປີຜ່ານມາ, ການພົວພັນການຄ້າສອງຝ່າຍລະຫວ່າງຫວຽດນາມ ແລະ ບຣາຊິນ ໄດ້ເພີ່ມຂຶ້ນຢ່າງໄວວາເປັນ 7,7 ຕື້ໂດລາສະຫະລັດ ໃນປີ 2024. ສອງປະເທດສູ້ຊົນຍົກວົງເງິນການຄ້າສອງຝ່າຍຂຶ້ນເປັນ 10 ຕື້ໂດລາສະຫະລັດ ໃນປີ 2025 ແລະ 15 ຕື້ໂດລາສະຫະລັດ ໃນປີ 2030.

ໂດຍ: ຈາງຫງວຽນ