ຫວຽດນາມ - ຄູ່ຮ່ວມມືເສດຖະກິດທີ່ຂະຫຍັນຂັນເຂື່ອນ ແລະເຕັມໄປດ້ວຍຄວາມສາມາດບົ່ມຊ້ອນທີ່ສຸດຂອງໄອແລນ ຢູ່ອາຊຽນ
ກປ.ອອນໄລ - ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດທີ່ຂະຫຍັນຂັນເຂື່ອນ ແລະເຕັມໄປດ້ວຍຄວາມສາມາດບົ່ມຊ້ອນທີ່ສຸດຂອງໄອແລນ ຢູ່ພາກພື້ນອາຊຽນ.
ນີ້ແມ່ນການຕີລາຄາຂອງທ່ານ Phyllis Kelly, ຮອງຫົວໜ້າກົມສົ່ງເສີມການຄ້າ ແລະການລົງທຶນ, ກະຊວງວິສາຫະກິດ, ທ່ອງທ່ຽວ ແລະວຽກເຮັດງານທໍາໄອແລນ ທີ່ເວທີປາໄສການຄ້າ ແລະການລົງທຶນຫວຽດນາມ-ໄອແລນ 2025 ຫາກໍ່ຈັດຂຶ້ນຢູ່ Dublin.
ເຫດການນີ້ໂດຍຫ້ອງການການຄ້າຫວຽດນາມ ປະຈໍາລາຊະອານາຈັກອັງກິດ (ທັງຢູ່ໄອແລນ) ຈັດຕັ້ງ, ດ້ວຍມີການປະສານສົມທົບກັບສະຖານທູດຫວຽດນາມ ປະຈຳໄອແລນ ແລະ Enterprise Ireland - ອົງການພັດທະນາວິສາຫະກິດຂອງລັດຖະບານໄອແລນ.
    |
 |
|
ບັນຍາກາດທີ່ເວທີປາໄສການຄ້າ ແລະການລົງທຶນຫວຽດນາມ-ໄອແລນ 2025. ພາບ: ສໍານັກຂ່າວສານຫວຽດນາມ |
ຕາມທ່ານ Phyllis Kelly ແລ້ວ, ຄວາມມານະພະຍາຍາມຂອງຫວຽດນາມ ໃນການປະຕິຮູບກົດບັນຢັດ, ການປັບປຸງສະພາບແວດລ້ອມການລົງທຶນ-ດໍາເນີນທຸລະກິດ ແລະການເຊື່ອມໂຍງເຂົ້າໃນເສດຖະກິດສາກົນຢ່າງເລິກເຊິ່ງກວ້າງຂວາງ ໄດ້ ແລະກໍາລັງສ້າງພື້ນຖານທີ່ສຳຄັນ ເພື່ອດຶງດູດການລົງທຶນທີ່ມີຄຸນນະພາບສູງ, ຍົກສູງກໍາລັງຄວາມສາມາດໃນການຄ້າສາກົນ, ປະກອບສ່ວນຫັນເປົ້າໝາຍການເຕີບໂຕທາງເສດຖະກິດຢູ່ລະດັບສູງ, ຍືນຍົງໃນທົດສະວັດຕໍ່ໄປປະກົດຜົນເປັນຈິງ.
ທີ່ເວທີປາໄສ, ບັນດາວິສາຫະກິດໄອແລນ ໄດ້ນໍາສະເໜີທ່າແຮງ, ແບ່ງປັນບົດຮຽນ ແລະກໍານົດທິດການຮ່ວມມືໃນຕະຫຼາດຫວຽດນາມ ໃນບັນດາຂົງເຂດຕ່າງໆ, ເຊັ່ນ: ການຄຸ້ມຄອງ, ດຳເນີນງານພື້ນຖານໂຄງລ່າງການບິນ ແລະການພັດທະນາສະໜາມບິນ; ມາດຕະການເຕັກໂນໂລຢີຊີວະພາບ, ມຸ່ງໄປເຖິງພັດທະນາແບບຍືນຍົງ; ເຕັກໂນໂລຊີ ແລະຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ...
ບັນດາເນື້ອໃນທີ່ປຶກສາຫາລືທີ່ເວທີປາໄສໄດ້ສະແດງໃຫ້ເຫັນທ່າແຮງຂອງບັນດາວິສາຫະກິດຫວຽດນາມ ແລະ ໄອແລນ ເຊິ່ງມີລັກສະນະເພີ່ມເຕີມເຊິ່ງກັນແລະກັນ, ສ້າງຄວາມສາມາດບົ່ມຊ້ອນໃຫຍ່ໃຫ້ການຮ່ວມມືໃນບັນດາຂົງເຂດການຄ້າ, ການລົງທຶນ ແລະການເຊື່ອມໂຍງລະບົບຕ່ອງໂສ້ມູນຄ່າ, ປະກອບສ່ວນເຂົ້າໃນການພົວພັນເສດຖະກິດສອງຝ່າຍພັດທະນາຕາມທິດແທດຈິງ, ມີປະສິດທິຜົນ ແລະຍືນຍົງ.
ໂດຍ: ຈາງຫງວຽນ