ເວທີການຄ້າເອເລັກໂຕນິກຂ້າມຊາຍແດນ ປີ 2025 ໂດຍສະມາຄົມການຄ້າເອເລັກໂຕນິກຫວຽດນາມ ສົມທົບກັບກົມການຄ້າເອເລັກໂຕນິກ ແລະເສດຖະກິດດີຈີຕອນ, ກະຊວງອຸດສາຫະກຳ ແລະການຄ້າ ຈັດຂຶ້ນໃນວັນທີ 18 ທັນວາ ຢູ່ທີ່ຮ່າໂນ້ຍ.

leftcenterrightdel
ບັນດາຊ່ຽວຊານ ແບ່ງປັນຢູ່ໃນເວທີ. ພາບ: vneconomy.vn

ຕາມການລາຍງານຂອງກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ, ການຄ້າເອເລັກໂຕນິກຂ້າມຊາຍແດນເປີດກວ້າງກາລະໂອກາດໃຫ້ແກ່ວິສາຫະກິດຫວຽດນາມ. ປີ 2025, ການຄ້າເອເລັກໂຕນິກ ພວມກາຍເປັນໜຶ່ງໃນບັນດາຂົງເຂດເຕີບໂຕໄວທີ່ສຸດໃນພື້ນຖານເສດຖະກິດ, ດ້ວຍການຄາດຄະເນການເພີ່ມຂຶ້ນຫຼາຍກວ່າ 25%. ຂອບຂະໜາດການຄ້າເອເລັກໂຕນິກ ໄດ້ບັນລຸເຖິງ 31 ຕື້ໂດລາສະຫະລັດ. ສິ່ງທີ່ໜ້າເອົາໃຈໃສ່, ການຄ້າເອເລັກໂຕນິກ ບໍ່ພຽງແຕ່ພັດທະນາຢ່າງແຂງແຮງໃນຕະຫຼາດພາຍໃນເທົ່ານັ້ນ, ຫາກຍັງຮັບຮູ້ຄວາມກ້າວໜ້າທີ່ຈະແຈ້ງໃນຂະແໜງການນຳເຂົ້າ ແລະສົ່ງອອກສິນຄ້າທາງອອນລາຍ ອີກດ້ວຍ.

ທ່ານ ເຈີ່ນແທງຫາຍ ຮອງຫົວໜ້າກົມສົ່ງອອກ-ນໍາເຂົ້າ, ກະຊວງອຸດສາຫະກຳ ແລະການຄ້າ ໃຫ້ຮູ້ວ່າ: “ຮູບແບບຂອງການຄ້າເອເລັກໂຕນິກຂ້າມຊາຍແດນ, ປ່ຽນແປງຈາກຮູບແບບໃຊ້ແຮງງານຫັນໄປສູ່ຮູບແບບການຂາຍສິນຄ້າເອເລັກໂຕນິກໃຫ້ຜູ້ບໍລິໂພກ. ພວກເຮົາເຫັນວ່າ ຄວາມສະດວກທີ່ຍິ່ງໃຫຍ່, ເຂົ້າເຖິງໂດຍກົງກັບຜູ້ຊື້ບໍ່ຜ່ານຄົນກາງ. ດ້ານອື່ນ, ພວກເຮົາສາມາດເກັບກຳຄຳຕິຊົມຂອງລູກຄ້າເພື່ອສາມາດເກັບກຳຂໍ້ມູນ, ຊ່ວຍປັບປຸງຜະລິດຕະພັນໃຫ້ດີຂື້ນອີກ”.

leftcenterrightdel
ທ່ານ ເຈີ່ນແທງຫາຍ ຮອງຫົວໜ້າກົມສົ່ງອອກ-ນໍາເຂົ້າ, ກະຊວງອຸດສາຫະກຳ ແລະການຄ້າ. ພາບ: vneconomy.vn

ໃນໃລຍະ 2026-2030 ໄດ້ຮັບການຕີລາຄາວ່າ ແມ່ນໄລຍະຫຼັກແຫຼ່ງ ເພື່ອໃຫ້ຫວຽດນາມ ມຸ່ງໄປເຖິງເປົ້າໝາຍກາຍເປັນສູນສົ່ງອອກການຄ້າເອເລັກໂຕນິກ ຂອງພາກພື້ນ.

ໂດຍ:​ ທອງສີ ສຸຕິວົງ