“ວິທະຍາສາດ, ເຕັກໂນໂລຊີ ແລະນະວັດຕະກໍາໃນຍຸກດີຈີຕອນ - ທ່າອ່ຽງ ແລະມາດຕະການແກ້ໄຂ”
ກປ.ອອນໄລ - ນີ້ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາວິທະຍາສາດລະດັບຊາດທີ່ຈັດຂຶ້ນໃນຕອນເຊົ້າວັນທີ 18 ທັນວາ, ທີ່ຮ່າໂນ້ຍ. ກອງປະຊຸມສຳມະນາ ໂດຍສຳນັກພິມການເມືອງແຫ່ງຊາດ ຊື້ເທິດ ສົມທົບກັບວາລະສານກອມມູນິດ ຈັດຕັ້ງ.
    |
 |
|
ກອງປະຊຸມສຳມະນາ “ວິທະຍາສາດ, ເຕັກໂນໂລຊີ ແລະນະວັດຕະກໍາໃນຍຸກດີຈີຕອນ - ທ່າອ່ຽງ ແລະມາດຕະການແກ້ໄຂ”. ພາບ: vov.vn |
ກອງປະຊຸມສຳມະນາແນໃສ່ເຮັດແຈ້ງບົດບາດ, ທ່າອ່ຽງການພັດທະນາຂອງວິທະຍາສາດ, ເຕັກໂນໂລຊີ ແລະນະວັດຕະກໍາໃນຖານະເປັນກຳລັງໜູນຕົ້ນຕໍຊຸກຍູ້ການເຕີບໂຕເສດຖະກິດ, ຍົກສູງປະສິດຕິພາບແຮງງານ, ຮັບປະກັນການພັດທະນາປະເທດຢ່າງວ່ອງໄວ ແລະໝັ້ນຄົງໃນຍຸກດີຈີຕອນຢູ່ຫວຽດນາມ ແລະໃນໂລກ. ພ້ອມກັນນັ້ນ, ກອງປະຊຸມສຳມະນາສຸມໃສ່ສະຫຼຸບ, ຕີລາຄາຜົນສຳເລັດຂອງໜຶ່ງປີທີ່ຜັນຂະຫຍາຍປະຕິບັດມະຕິເລກທີ 57-NQ/TW ຂອງກົມການເມືອງ ກ່ຽວກັບການບຸກທະລຸການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະການຫັນເປັນດີຈີຕອນແຫ່ງຊາດ; ການຮັບຮູ້ເຖິງໂອກາດ, ສິ່ງທ້າທາຍ ແລະບັນຫາວາງອອກ, ຈາກນັ້ນສະເໜີທິດທາງ, ມາດຕະການເພື່ອຊຸກຍູ້ຢ່າງແຂງແຮງຕໍ່ລະບົບນິເວດວິທະຍາສາດ, ເຕັກໂນໂລຊີ ແລະນະວັດຕະກໍາຢູ່ຫວຽດນາມ ໃນໄລຍະທີ່ຈະມາເຖິງ.
    |
 |
|
ຜູ້ແທນກ່າວຄຳເຫັນໃນກອງປະຊຸມສຳມະນາ. ພາບ: vov.vn |
ກ່າວຄຳເຫັນໃນກອງປະຊຸມສຳມະນາ, ທ່ານ ຮສຈ, ປອ ເລຈ້ອງຈຽນ, ວິທະຍາຄານການເມືອງ ກະຊວງປ້ອງກັນປະເທດ, ແບ່ງປັນວ່າ: “ຈຳເປັນຕ້ອງຍົກສູງຄວາມຮັບຮູ້ຂອງສັງຄົມກ່ຽວກັບການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດທາງໄຊເບີີ. ປັບປຸງກົນໄກນະໂຍບາຍ, ກອບນິຕິກຳກ່ຽວກັບຄວາມປອດໄພທາງອີນເຕີເນັດໃຫ້ສົມບູນແບບ. ໃນນັ້ນ, ລະບົບກົດໝາຍຕ້ອງຄົບຊຸດກັບພຶດຕິກຳຕົວຈິງ, ສ້າງໂລ້ກໍາບັງທີ່ແຂງແກ່ນໃຫ້ແກ່ດີຈີຕອນຢູ່ຫວຽດນາມ, ປັບຕົວກັບການພັດທະນາຢ່າງວ່ອງໄວຂອງເຕັກໂນໂລຊີ. ລົງທຶນໃນເຕັກໂນໂລຊີຕິດຕາມກວດກາ, ພົບເຫັນ ແລະຮັບມືກັບອຸບັດຕິເຫດ, ນຳໃຊ້ປັນຍາປະດິດ…”.
ໂດຍ: ມອ໋ດ ແກ້ວກອງສີ