ໂຮງຈັກຜະລິດລົດໄຟຟ້າ VinFast ຢູ່ Suban ໄດ້ນຳເຂົ້າເຄື່ອນໄຫວພາຍຫຼັງເວລາພຽງແຕ່ 17 ເດືອນ. ນີ້ແມ່ນໂຮງຈັກແຫ່ງທີ 4 ຂອງບໍລິສັດດັ່ງກ່າວ ທີ່ໄດ້ນຳເຂົ້າເຄື່ອນໄຫວໃນທົ່ວໂລກ, ທັງແມ່ນໂຮງຈັກທຳອິດຢູ່ ອິນໂດເນເຊຍ ແລະອາຊີຕາເວັນອອກສ່ຽງໃຕ້ (ຢູ່ນອກຫວຽດນາມ). ທ່ານ ຟ້າມແຊັງເຈົາ, ຜູ້ອຳນວຍການໃຫຍ່ VinFast ອາຊີ, ແບ່ງປັນວ່າ:

leftcenterrightdel
ທ່ານ ຟ້າມແຊັງເຈົາ, ຜູ້ອຳນວຍການໃຫຍ່ VinFast ອາຊີ ກ່າວຄຳເຫັນທີ່ພິທີ. ພາບ: vovworld.vn

“ການເປີດນຳໃຊ້ໂຮງຈັກຢູ່ Subang ແມ່ນມີຄວາມໝາຍຍຸດທະສາດທີ່ມີລັກສະນະທົ່ວໂລກຂອງ VinFast ເພາະວ່ານີ້ແມ່ນຕະຫຼາດສຳຄັນ. ອິນໂດເນເຊຍ ແມ່ນປະເທດມີປະຊາກອນຫຼາຍທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້, ມີລະດັບການເຕີບໂຕສູງ, ດ້ວຍຄວາມມັກໃຫຍ່ໃຝ່ສູງ 8%. ລະດັບການເຕີບໂຕລົດໄຟຟ້າກໍສູງ, ສະນັ້ນ Vinfast ຕ້ອງຜັນຂະຫຍາຍການກໍ່ສ້າງໂຮງຈັກໃຫ້ສຳເລັດ ແລະປະຕິບັດຄຳໝັ້ນສັນຍາຂອງພວກຂ້າພະເຈົ້າ.”

ເມື່ອກ່າວຄຳເຫັນທີ່ພິທີ, ທ່ານ Airlangga Hartarto ລັດຖະມົນຕີຜູ້ປະສານງານດ້ານເສດຖະກິດອິນໂດເນເຊຍ ໄດ້ເນັ້ນໜັກເຖິງຂອບຂະໜາດຂອງໂຄງການດັ່ງກ່າວ, VinFast ຈະກາຍເປັນໜຶ່ງໃນບັນດາແກ່ນສານສຳຄັນ, ປະກອບສ່ວນນຳ Subang ກາຍເປັນສູນອຸດສາຫະກຳລົດໄຟຟ້າໃໝ່ຂອງພາກພື້ນໃນໄລຍະຈະມາເຖິງ.

ແຫຼ່ງຄັດຈາກ vovworld.vn