ໃນເວທີປາໄສດັ່ງກ່າວ, ທ່ານ ປອ. Nico Barito, ທູດພິເສດຂອງປະທານາທິບໍດີສາທາລະນະລັດ Seychelles ປະຈຳ ອາຊຽນ, ໄດ້ແບ່ງປັນປະສົບການຂອງ Seychelles ໃນການພັດທະນາເສດຖະກິດທະເລສີຂຽວຕິດພັນກັບການອະນຸລັກມະຫາສະໝຸດ ແລະເສີມຂະຫຍາຍຄຸນຄ່າຂອງຕົ້ນທຶນທາງທຳມະຊາດ.
ຕາມທ່ານແລ້ວ, ຜ່ານການວາງແຜນກຳນົດເນື້ອທີ່ທາງທະເລຂອງຕົນ, Seychelles ສາມາດປົກປັກຮັກສາເນື້ອທີ່ມະຫາສະໝຸດຂອງຕົນໄດ້ 32% ເທົ່າກັບ 400,000 ກວ່າກິໂລຕາແມັດ ໃນປີ 2020. ພ້ອມທັງແບ່ງເຂດທະເລຕາມລະດັບການປົກປັກຮັກສາ ແລະການນຳໃຊ້ທີ່ແຕກຕ່າງກັນເພື່ອໃຫ້ມີຄວາມສົມດຸນລະຫວ່າງເປົ້າໝາຍທາງດ້ານເສດຖະກິດ ແລະລະບົບນິເວດ.
    |
 |
|
ທ່ານປອ. Nico Barito, ທູດພິເສດຂອງປະທານາທິບໍດີ ສາທາລະນະລັດ Seychelles ປະຈຳອາຊຽນ. ພາບ: ແທ່ງດາດ |
Seychelles ຍັງເປັນປະເທດນໍາໜ້າໃນການອອກພັນທະບັດມະຫາສະໝຸດສີຂຽວ ແລະຜັນຂະຫຍາຍຮູບແບບການແລກປ່ຽນໜີ້ສິນຕາມສະພາບດິນຟ້າອາກາດໄປໃຊ້ ເພື່ອອຸປະຖໍາໃຫ້ແກ່ໂຄງການອະນຸລັກຮັກສາ ແລະພັດທະນາແບບຍືນຍົງ.
ຄຳໝັ້ນສັນຍາທາງທຳມະຊາດ ແລະມະຫາສະໝຸດໄດ້ປະກອບສ່ວນໂດຍກົງເຂົ້າໃນການເຕີບໂຕຂອງ GDP ແລະເຮັດໃຫ້ Seychelles ກາຍເປັນປະເທດທີ່ມີພື້ນຖານເສດຖະກິດພັດທະນາ.
ຈາກແງ່ມູມຢູ່ພາຍໃນປະເທດ, ສາດສະດາຈານ ປອ. ມາຍຈ້ອງຍ້ວນ, ອະດີດຜູ້ອຳນວຍການມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ຖືວ່າ ຫວຽດນາມ ພວມປະເຊີນໜ້າກັບໂອກາດອັນໃຫຍ່ຫຼວງຫຼາຍຢ່າງຈາກທະເລ, ແຕ່ກໍຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນການqຄຸ້ມຄອງທາງທະເລ, ໂດຍສະເພາະແມ່ນໃນສະພາບການສັບຊ້ອນ, ປັບປຸງຫົວໜ່ວຍບໍລິຫານ ແລະການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນສອງຊັ້ນ.
ທ່ານສາດສະດາຈານ, ປອ. ມາຍຈ້ອງຍ້ວນ ໄດ້ກ່າວວ່າ ການຂະຫຍາຍຂົງເຂດການຄຸ້ມຄອງຢູ່ຂັ້ນແຂວງໄດ້ອຳນວຍຄວາມສະດວກໃຫ້ແກ່ການສ້າງໂຄງປະກອບການວາງແຜນກຳນົດຄືນໃໝ່ໃນລະດັບມະຫາພາກຫຼາຍຂຶ້ນ, ສ້າງຕັ້ງເຂດເສດຖະກິດທະເລຈຸດສຸມ, ເພີ່ມທະວີການປະສານງານລະຫວ່າງເຂດ ແລະຫຼຸດຜ່ອນການການຄຸ້ມຄອງກະແຈກກະຈາຍຢູ່ເຂດຊາຍຝັ່ງທະເລ.
ນີ້ແມ່ນເງື່ອນໄຂທີ່ສະດວກໃຫ້ແກ່ການພັດທະນາພື້ນຖານໂຄງລ່າງທ່າເຮືອ, logistics, ພະລັງງານທົດແທນຢູ່ນອກຝັ່ງ, ການທ່ອງທ່ຽວທາງທະເລ ແລະສິນໃນນ້ຳສີຂຽວຕາມທັນສະໄໝ ແລະຍືນຍົງ.
    |
 |
|
ທ່ານສາດສະດາຈານ, ປອ. ມາຍຈ້ອງຍ້ວນ, ອະດີດຜູ້ອຳນວຍການມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ. ພາບ: ແທ້ງດາດ |
ເຖິງຢ່າງໃດກໍ່ຕາມ, ຂະບວນການນີ້ຍັງມີສິ່ງທ້າທາຍຫຼາຍຢ່າງ. ຄວາມສ່ຽງ “ເຮັດໃຜເຮັດມັນ” ລະຫວ່າງລະທ້ອງຖິ່ນເກົ່າຢູ່ໃນແຂວງໃໝ່ ອາດຈະພາໃຫ້ເກີດມີການລົງທຶນຊ້ຳກັນ, ຟຸມເຟືອຍແຫຼ່ງຊັບພະຍາກອນມະນຸດ ແລະການຕັດແບ່ງເຂດເສດຖະກິດທະເລ.
ການຍົກເລີກຂັ້ນເມືອງໄດ້ສ້າງຊ່ອງຫວ່າງໃນການຄຸ້ມຄອງຢູ່ຂັ້ນຮາກຖານ, ໃນຂະນະທີ່ຄວາມສາມາດດ້ານເຕັກນິກ, ຊັບພະຍາກອນມະນຸດ ແລະການເງິນຂອງຂັ້ນຕາແສງແຄມຝັ່ງທະເລຍັງຈຳກັດ. ຄຽງຂ້າງກັນນັ້ນແມ່ນສິ່ງທ້າທາຍທີ່ນັບມື້ນັບຫຼາຍກ່ຽວກັບມົນລະພິດສິ່ງແວດລ້ອມ, ການຊຸດໂຊມຂອງລະບົບນິເວດ, ການປ່ຽນແປງຂອງດິນຟ້າອາກາດ ແລະໄພພິບັດທາງທະເລ.
ຈາກນັ້ນ, ສາດສະດາຈານ, ປອ. ມາຍຈ້ອງຍ້ວນ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການທີ່ຈຳເປັນໃນການອອກແບບກົນໄກຕິດຕາມກວດກາ, ຄຸ້ມຄອງຊັບພະຍາກອນ ແລະປົກປັກຮັກສາສິ່ງແວດລ້ອມຄືນໃໝ່ໄປພ້ອມກັບການເພີ່ມທະວີບົດບາດຂອງຂັ້ນແຂວງ ແລະຍົກສູງຄວາມສາມາດຂອງຂັ້ນຕາແສງ.
ພ້ອມກັນນັ້ນ, ແມ່ນດັດປັບການວາງແຜນກຳນົດທະເລຄືນໃໝ່ຕາມຮູບແບບອໍານາດການປົກຄອງສອງຂັ້ນ ເພື່ອຮັບໃຊ້ການຄຸ້ມຄອງທະເລຢ່າງມີປະສິດທິພາບ, ປະສິດທິຜົນ; ນໍາໃຊ້ວິທີການຢ່າງຄົບຊຸດກ່ຽວກັບລະບອບລະບຽບການ, ນະໂຍບາຍ, ວິທະຍາສາດ ແລະເຕັກໂນໂລຊີ, ພັດທະນາພື້ນຖານໂຄງລ່າງ, ແຫຼ່ງຊັບພະຍາກອນມະນຸດ ເພື່ອນະວັດຕະກຳທາງທະເລ...
    |
 |
|
ທ່ານ ຮວ່າງທາຍວິງ, ພະນັກງານຄຸ້ມຄອງໂຄງການກ່ຽວກັບເສດຖະກິດໝູນວຽນ ແລະທະເລຂອງ UNDP ປະຈຳ ຫວຽດນາມ. ພາບ: ແທ້ງດາດ |
ຈາກມູມມອງຂອງການວິເຄາະດ້ານປະລິມານ, ທ່ານ ຮວ່າງທາຍວິງ, ພະນັກງານຄຸ້ມຄອງໂຄງການກ່ຽວກັບເສດຖະກິດໝູນວຽນ ແລະທະເລຂອງ UNDP ປະຈຳ ຫວຽດນາມ, ໃຫ້ຮູ້ວ່າ ແຜນການເສດຖະກິດທະເລສີຂຽວສຳລັບຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມແຕກຕ່າງຢ່າງຈະແຈ້ງເມື່ອທຽບກັບແຜນການພັດທະນາຕາມທ່າອ່ຽງເກົ່າ.
ອີງຕາມການຕີລາຄາຂອງ UNDP, ຖ້າຫວຽດນາມ ພັດທະນາຕາມແຜນການເສດຖະກິດທະເລສີຂຽວ, GDP ຂອງປະເທດຈາກຂະແໜງເສດຖະກິດທາງທະເລຢ່າງດຽວອາດຈະບັນລຸປະມານ 2,1 ລ້ານຕື້ດົ່ງໃນປີ 2030, ສູງກວ່າແຜນການພື້ນຖານປະມານ 600 ພັນຕື້ດົ່ງ, ເທົ່າກັບ 25 ຕື້ໂດລາສະຫະລັດ.
ນອກຈາກນັ້ນ, ລາຍຮັບສະເລ່ຍຂອງແຮງງານທາງທະເລອາດຈະເພີ່ມຂຶ້ນຈາກປະມານ 163 ລ້ານດົ່ງ/ຄົນ/ປີ ຂຶ້ນເກືອບ 290 ລ້ານດົ່ງ/ຄົນ/ປີ, ຍ້ອນການຍົກສູງສະມັດຕະພາບ ແລະການຫັນປ່ຽນໄປສູ່ຮູບແບບການພັດທະນາແບບຍືນຍົງ.
ຜູ້ຕາງໜ້າອົງການ UNDP ຍັງໄດ້ເນັ້ນໜັກເຖິງບົດບາດຂອງການວາງແຜນກຳນົດເຂດທະເລ, ການສ້າງພື້ນຖານຂໍ້ມູນຢ່າງຄົບຊຸດ ແລະຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງທະເລ ເພື່ອຮັບປະກັນການປະຕິບັດນະໂຍບາຍຢ່າງມີປະສິດທິຜົນ.
    |
 |
|
ທ່ານ ປອ. Mark Hutchinson, ຜູ້ອຳນວຍການພາກພື້ນອາຊີ, ສະພາພະລັງງານໄຟຟ້າແຮງລົມທົ່ວໂລກ (GWEC). ພາບ: ແທ່ງດາດ |
ໃນຂະແໜງພະລັງງານ, ທ່ານ ປອ. Mark Hutchinson, ຜູ້ອຳນວຍການພາກພື້ນອາຊີ, ສະພາພະລັງງານໄຟຟ້າແຮງລົມທົ່ວໂລກ (GWEC), ຖືວ່າ ຫວຽດນາມມີທ່າແຮງອັນໃຫຍ່ຫຼວງໃນການພັດທະນາພະລັງງານໄຟຟ້າແຮງລົມຢູ່ນອກຝັ່ງ ແລະດຶງດູດກະແສເງິນລົງທຶນສາກົນໄດ້ຫຼາຍສິບຕື້ໂດລາສະຫະລັດ.
ຕາມທ່ານ Hutchinson ແລ້ວ, ເພື່ອດຶງດູດເງິນທຶນຈາກສາກົນ, ຫວຽດນາມຕ້ອງການມີສັນຍາການຊື້-ຂາຍໄຟຟ້າໄລຍະຍາວທີ່ທະນາຄານຍອມຮັບ, ລາຄາແກ່ງແຍ້ງ, ກົນໄກແບ່ງປັນຄວາມສ່ຽງຢ່າງຈະແຈ້ງ ແລະໂປ່ງໄສ, ພິເສດແມ່ນກ່ຽວຂ້ອງເຖິງຕາໜ່າງໄຟຟ້າ, ການຫຼຸດຜ່ອນກຳລັງຕິດຕັ້ງ ແລະການດັດປັບຕາມການເໜັງຕີງຂອງອັດຕາແລກປ່ຽນ.
ຄຽງຄູ່ກັບພະລັງງານ, ຮອງສາດສະດາຈານ, ປອ. ຫງວຽນຫືວຢຸງ, ປະທານສະມາຄົມລ້ຽງສິນທະເລຫວຽດນາມ, ໄດ້ສະເໜີໃຫ້ພັດທະນາກຸ່ມອຸດສາຫະກຳລ້ຽງສິນທະເລຢູ່ພາຍໃນປະເທດຄືເປັນທິດທາງບຸກທະລຸໃຫ້ເສດຖະກິດທະເລເຕີບໂຕ.
    |
 |
|
ທ່ານຮອງສາດສະດາຈານ, ປອ. ຫງວຽນຫືວຢຸງ, ປະທານສະມາຄົມລ້ຽງສິນທະເລຫວຽດນາມ. ພາບ: ແທ່ງດາດ |
ຕາມທ່ານ ຢຸງ ແລ້ວ, ຖ້າພວກເຮົານຳໃຊ້ເນື້ອທີ່ເຂດເສດຖະກິດພິເສດພຽງແຕ່ 0.1%, ຫວຽດນາມ ກໍ່ສາມາດບັນລຸຜະລິດຕະຜັນປະມານ 10 ລ້ານໂຕນຕໍ່ປີ. ການສ້າງກຸ່ມອຸດສາຫະກຳລ້ຽງສິນທະເລທີ່ມີພື້ນຖານໂຄງລ່າງຄົບຊຸດ, ມີການເຊື່ອມຕໍ່ການລ້ຽງສິນທະເລອຸດສາຫະກຳ, ປຸງແຕ່ງ, ມີການບໍລິການໂລຈິດສະຕິກ ແລະເສດຖະກິດໝູນວຽນ ຈະສ້າງຜະລິດຕະພັນໄດ້ເປັນຈຳນວນຫຼາຍ, ມີຄຸນນະພາບສູງ, ມູນຄ່າເພີ່ມຂຶ້ນສູງ, ພ້ອມທັງ ເປີດໂອກາດໃນການເຊື່ອມໂຍງກັບການທ່ອງທ່ຽວທາງທະເລ, ພະລັງງານໄຟຟ້າແຮງລົມ ແລະຂະແໜງເສດຖະກິດທາງທະເລອື່ນ.
ອີງຕາມການວິເຄາະຂ້າງເທິງ, ທ່ານຮອງສາດສະດາຈານ, ປອ. ຫງວຽນຫືວຢຸງ ໄດ້ສະເໜີໃຫ້ກະຊວງກະສິກຳ ແລະສິ່ງແວດລ້ອມຫວຽດນາມ ຍື່ນສະເໜີຕໍ່ລັດຖະບານ ໃຫ້ເຫັນດີເປັນເອກະພາບຕໍ່ແຜນນະໂຍບາຍ ແລະສ້າງແຜນຮ່າງພັດທະນາລະບົບກຸ່ມອຸດສາຫະກຳລ້ຽງສິນທະເລຢູ່ 21 ແຂວງ, ນະຄອນ ແຄມຝັ່ງທະເລ.
ພ້ອມທັງໃຫ້ບຸລິມະສິດການຈັດສັນທີ່ດິນ ແລະທະເລຮຽກເຊີນວິສາຫະກິດສ້າງແຜນຮ່າງລົງທຶນກຸ່ມອຸດສາຫະກໍາລ້ຽງສິນທະເລ ທົດລອງ;...
ຄຽງຂ້າງກັນນັ້ນ, ຕ້ອງສ້າງມາດຕະຖານ ແລະມາດຕະການຂອງຫວຽດນາມ ກ່ຽວກັບກຸ່ມອຸດສາຫະກຳລ້ຽງສິນທະເລ, ຄຸ້ມຄອງສິ່ງແວດລ້ອມຢູ່ເຂດລ້ຽງສິນທະເລ, ມາດຖານເສດຖະກິດ ແລະເຕັກນິກຂອງຮາກຖານລ້ຽງສິນທະເລອຸດສາຫະກໍາ.
ໂດຍ: ໄຊນີດາ