ຊຸກຍູ້, ສ້າງບາດກ້າວບຸກທະລຸໃຫ້ແກ່ບັນດາກຳລັງໜູນເຕີບໂຕໃໝ່
ຫວຽດນາມ ຢຶດໝັ້ນເປົ້າໝາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາດຸ່ນດຽງໃຫຍ່ຂອງພື້ນຖານເສດຖະກິດເພື່ອສ້າງສະພາບແວດລ້ອມ, ເງື່ອນໄຂສະດວກໃຫ້ແກ່ການເຕີບໂຕ ແລະພັດທະນາຢ່າງວ່ອງໄວ ແລະຍືນຍົງ.
    |
 |
|
ບັນຍາກາດຂອງວາລະໜຶ່ງໃນເວທີປາໄສເສດຖະກິດ ຫວຽດນາມ ປີ 2025. ພາບ: ສໍານັກຂ່າວສານຫວຽດນາມ |
ເວທີປາໄສເສດຖະກິດຫວຽດນາມ ປີ 2025, ແງ່ຫວັງປີ 2026 (VEPE) ດ້ວຍຫົວຂໍ້ “ເສດຖະກິດຫວຽດນາມ ພັດທະນາຢ່າງວ່ອງໄວ, ຍືນຍົງ, ຫັນເປັນສີຂຽວໃນສັງກາດດີຈີຕອນ”, ໄດ້ດຳເນີນໃນຕອນເຊົ້າວັນທີ 16 ທັນວາ, ຢູ່ຮ່າໂນ້ຍ.
ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ເສດຖະກິດຫວຽດນາມ ສະແດງໃຫ້ເຫັນຄວາມສາມາດຕ້ານທານຢ່າງແຂງແຮງ ແລະບັນລຸລະດັບການເຕີບໂຕນອນໃນລະດັບແຖວໜ້າຂອງພາກພື້ນ ແລະໂລກ. ຫວຽດນາມ ຢຶດໝັ້ນເປົ້າໝາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາດຸ່ນດຽງໃຫຍ່ຂອງພື້ນຖານເສດຖະກິດເພື່ອສ້າງສະພາບແວດລ້ອມ, ເງື່ອນໄຂສະດວກໃຫ້ແກ່ການເຕີບໂຕ ແລະພັດທະນາຢ່າງວ່ອງໄວ ແລະຍືນຍົງ.
ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ຊຸກຍູ້ການພັດທະນາວ່ອງໄວ, ຍືນຍົງບົນພື້ນຖານ “ຫັນປ່ຽນແບບຄວບຄູ່: ຫັນເປັນສີຂຽວ ແລະຫັນເປັນດີຈີຕອນ”; ສູ້ຊົນບັນລຸລະດັບເຕີບໂຕ 2 ຕົວເລກ; ເອົາໃຈໃສ່ຍົກສູງຄວາມສາມາດຕ້ານທານ, ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ. ພ້ອມດຽວກັນນັ້ນ, ຍູ້ແຮງການປະຕິບັດບາດກ້າວບຸກທະລຸຍຸດທະສາດກ່ຽວກັບລະບອບລະບຽບການ. ຫວຽດນາມ ກໍຊຸກຍູ້, ສ້າງບາດກ້າວບຸກທະລຸໃຫ້ແກ່ບັນດາກຳລັງໜູນເຕີບໂຕໃໝ່ຜ່ານການສ້າງກົນໄກທົດລອງໃຫ້ສົມບູນແບບເພື່ອໜູນຊ່ວຍການພັດທະນາເສດຖະກິດດີຈີຕອນ, ເສດຖະກິດສີຂຽວ ແລະເສດຖະກິດໝູນວຽນ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ