leftcenterrightdel
ພາບປະກອບ: diendandoanhnghiep.vn

ງານວາງສະແດງ ມີກ່ວາ 250 ຮ້ານວາງສະແດງຂອງ 9 ປະເທດ ແລະເຂດແຄ້ວນ ລວມມີ: ສະວິດ, ອິນເດຍ, ສ.ເກົາຫຼີ, ຍີ່ປຸ່ນ, ສິງກະໂປ, ຈີນ, ຮົ່ງກົງ (ຈີນ), ໄຕຫວັນ (ຈີນ), ຫວຽດນາມ. ງານວາງສະແດງສຸມໃສ່ 2 ຫົວຂໍ້ຫຼັກ: HanoiTex - ງານວາງສະແດງກ່ຽວກັບເຄື່ອງຈັກ, ພາຫະນະອຸປະກອນຂະແໜງອຸດສາຫະກຳຕໍ່າແຜ່ນຕັດຫຍິບ ແລະ HanoiFabric ງານວາງສະແດງກ່ຽວກັບຜ້າແພ, ວັດສະດຸຂະແໜງຕ່ຳແຜ່ນ ແລະຂະແໜງຕັດຫຍິບປັກແສ່ວ. ດ້ວຍໄລຍະເວລາຈັດຕັ້ງມາແຕ່ດົນນານ ແລະອິດທິພົນຊື່ສຽງສາກົນ, HanoiTex & HanoiFabric 2025 ສືບຕໍ່ຢັ້ງຢືນຖານະບົດບາດແມ່ນງານວາງສະແດງຕໍ່າແຜ່ນຕັດຫຍິບໃຫຍ່ທີ່ສຸດຢູ່ຫວຽດນາມ, ແມ່ນສະຖານີ່ເຕົ້າໂຮມບັນດາເຕັກໂນໂລຢີກ້າວໜ້າ, ວັດສະດຸທີ່ມີຄຸນນະພາບສູງ ແລະວິທີການດີທີ່ສຸດໃຫ້ແກ່ຂະແໜງ.

ແຫຼ່ງຈັດຈາກ: vovworld.vn