leftcenterrightdel
ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດ ຄັ້ງທີ XI ມີຂອບຂະໜາດໃຫຍ່, ດ້ວຍຜູ້ແທນປະມານ 2.000 ຄົນເຂົ້າຮ່ວມ. ໄລ່ຮອດເວລານີ້, ວຽກງານກະກຽມກອງປະຊຸມໃຫຍ່ພວມຮີບເຮັ່ງປະຕິບັດໃຫ້ສຳເລັດ. ໃນກອງປະຊຸມໃຫຍ່ຄັ້ງນີ້, ຄາດວ່າຈະເຊີດຊູນັກວິລະຊົນ 186 ຄົນ ແລະນັກຮົບແຂ່ງຂັນທົ່ວປະເທດ 100 ຄົນ. ໃນເວລາດຳເນີນກອງປະຊຸມໃຫຍ່, ກໍຈະຈັດຕັ້ງງານວາງສະແດງແນະນຳບັນດາຜົນງານດ້ານເສດຖະກິດສັງຄົມຂອງປະເທດຊາດ ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່; ງານວາງສະແດງພາບຖ່າຍດ້ວຍຫົວຂໍ້ “ການແຂ່ງຂັນຮັກຊາດ - ເພື່ອປະເທດຫວຽດນາມ ຈະເລີນຮຸ່ງເຮືອງ, ເຂັ້ມແຂງ”.

ໃນການເຮັດວຽກ, ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີຫວຽດນາມ ຮຽກຮ້ອງໃຫ້ບັນດາຫົວໜ່ວຍຕ້ອງປະຕິບັດສຳເລັດຂອດກະກຽມກອງປະຊຸມໃຫຍ່. ເນື້ອໃນບັນດາລາຍການຕ້ອງສົ່ງສານໃຫ້ຖືກຕ້ອງຕາມຈິດໃຈຂອງການແຂ່ງຂັນໃນສະໄໝໃໝ່.

ແຫຼ່ງຄັດຈາກ: vovworld.vn