leftcenterrightdel
ທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ  ກ່າວຄຳເຫັນທີ່ກອງປະຊຸມ. ພາບ: vov.vn

ທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກວ່າ ພາລະກຳ ແລະໜ້າທີ່ສຳຄັນໃນການຍົກສູງສະຕິຄວາມຮັບຜິດຊອບ ແລະການກະທຳໃນການສ້າງລະບອບລະບຽບການ ແລະກົດໝາຍ. ສ້າງລະບອບລະບຽບການກົດໝາຍແມ່ນແຫຼ່ງກຳລັງ, ກຳລັງໜູນ, ເປົ້າໝາຍໃຫ້ແກ່ການພັດທະນາ; ລົງທຶນໃຫ້ແກ່ການສ້າງລະບອບລະບຽບການ, ສ້າງກົດໝາຍແມ່ນການລົງທຶນໃຫ້ແກ່ການພັດທະນາ.

ສ້າງລະບອບລະບຽບການ, ກົດໝາຍຕ້ອງຖືປະຊາຊົນ, ວິສາຫະກິດເປັນໃຈກາງ, ເປັນເຈົ້າກຳ, ເຂົາເຈົ້າຈ້ອງເຂົ້າຮ່ວມວິວັດທະນາການນີ້ ແລະຕ້ອງປະຕິບັດລະບອບລະບຽບການ ແລະກົດໝາຍຢ່າງເຂັ້ມງວດ. ສ້າງລະບອບລະບຽບການກົດໝາຍໃຫ້ກາຍເປັນແຫຼ່ງກຳລັງແກ້ງແຍ້ງຂອງປະເທດຊາດ, ຫັນ “ຈຸດອຸດຕັນ” ກາຍເປັນແຫຼ່ງກຳລັງແກ້ງແຍ້ງແຫ່ງຊາດ”.

ນາຍົກລັດຖະມົນຕີ ສະເໜີໃຫ້ຍູ້ແຮງການຫັນເປັນດີຈີຕອນຢ່າງຮອບດ້ານ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ປັນຍາປະດິດ ແລະbigdata ເຂົ້າໃນຂົງເຂດຍຸຕິທຳ, ໂດຍສະເພາະແມ່ນການສ້າງ, ປະກາດໃຊ້ເອກະສານດ້ານກົດໝາຍ, ຈັດຕັ້ງປະຕິບັດກົດໝາຍຢ່າງເລິກເຊິ່ງກວ້າງຂວາງ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ