ກວາງນິງ ຕ້ອນຮັບແຂກທ່ອງທ່ຽວກວ່າ 19,8 ລ້ານເທື່ອຄົນໃນ 11 ເດືອນ ປີ
ບັນດາການເຄື່ອນໄຫວດັ່ງກ່າວຈະສ້າງກຳລັງດຶງດູດຕື່ມອີກ, ປະກອບສ່ວນນຳທ້ອງຖິ່ນປະຕິບັດສຳເລັດເປົ້າໝາຍດຶງດູດແຂກທ່ອງທ່ຽວ 20 ລ້ານເທື່ອຄົນ.
ໃນ 11 ເດືອນຜ່ານມາ, ແຂວງ ກວາງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 19,8 ລ້ານເທື່ອຄົນ, ເພີ່ມຂຶ້ນ 10% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024. ໃນນັ້ນ, ແຂກທ່ອງທ່ຽວສາກົນຄາດວ່າບັນລຸ 4 ລ້ານເທື່ອຄົນ. ຍອດລາຍຮັບຈາກຂະແໜງທ່ອງທ່ຽວບັນລຸປະມານ 52.600 ຕື້ດົ່ງ, ເພີ່ມຂຶ້ນ 21% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ນັບແຕ່ຕົ້ນປີມາຮອດປະຈຸບັນ, ແຂວງ ກວາງນິງ ໄດ້ຈັດກວ່າ 100 ເຫດການວັດທະນະທຳ, ກິລາ, ທ່ອງທ່ຽວມີຂອບຂະໜາດໃຫຍ່, ຟົດຟື້ນ, ພົ້ນເດັ່ນ, ຄື: Carnaval ຮະລອງ, ຮະລອງ Concert 2025; ການແຂ່ງຂັນແລ່ນ ອຽນຕື Heritage 2025…
    |
 |
|
ປະຈຸບັນ, ທ່ອງທ່ຽວຜ່ານກຳປັ່ນຢູ່ ຮະລອງ ພວມກ້າວເຂົ້າສູ່ລະດູສູງ. ພາບ: vov.vn |
ປະຈຸບັນ, ທ່ອງທ່ຽວຜ່ານກຳປັ່ນຢູ່ ຮະລອງ ພວມກ້າວເຂົ້າສູ່ລະດູສູງ ເມື່ອທ່າກຳປັ່ນສາກົນ ຮະລອງ ໄດ້ຕ້ອນຮັບກຳປັ່ນຂະໜາດໃຫຍ່ທີ່ໂດຍສານແຂກທ່ອງທ່ຽວນັບພັນຄົນຢ່າງລ້ຽນຕິດ. ໄລ່ຮອດໝົດເດືອນພະຈິກ 2025, ທ່າກຳປັ່ນແຂກທ່ອງທ່ຽວສາກົນ ຮະລອງ ໄດ້ຕ້ອນຮັບກຳປັ່ນ 54 ລຳ, ດ້ວຍຈຳນວນແຂກທ່ອງທ່ຽວສາກົນກວ່າ 73.000 ຄົນ.
ໃນເດືອນທັນວາ, ກວາງນິງ ສືບຕໍ່ຈັດຫຼາຍເຫດການ, ຄື: ງານຕະຫຼາດນັດການຄ້າ ແລະທ່ອງທ່ຽວສາກົນ ຫວຽດນາມ - ຈີນ ປີ 2025; ພິທີຮັບໃບຈົດຊື່ເຂດມໍລະດົກ ແລະ ທິວທັດທຳມະຊາດ ອຽນຕື - ວິງງຽມ - ກົນເຊີນ, ກຽບບາກ ແມ່ນມໍລະດົກໂລກ, ລາຍການສະແດງສິລະປະຕ້ອນຮັບປີໃໝ່ 2026 (Countdown)…
ບັນດາການເຄື່ອນໄຫວດັ່ງກ່າວຈະສ້າງກຳລັງດຶງດູດຕື່ມອີກ, ປະກອບສ່ວນນຳທ້ອງຖິ່ນປະຕິບັດສຳເລັດເປົ້າໝາຍດຶງດູດແຂກທ່ອງທ່ຽວ 20 ລ້ານເທື່ອຄົນ, ໃນນັ້ນແຂກທ່ອງທ່ຽວ 4,5 ລ້ານເທື່ອຄົນ ແລະ ລາຍຮັບຈາກທ່ອງທ່ຽວແມ່ນ 55.000 ຕື້ດົ່ງໃນປີ 2025.
ແຫຼ່ງຄັດຈາກ vovworld.vn