ເນື່ອງໃນໂອກາດທ່ານປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ຢູ່ ສ.ເກົາຫຼີ ໃນທ້າຍເດືອນ ຕຸລາ 2025, ເພື່ອແນໃສ່ເພີ່ມທະວີການພົບປະແລກປ່ຽນວັດທະນະທໍາຫວຽດນາມ-ສ.ເກົາຫຼີ, ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ນະຄອນບູຊານ ໄດ້ສົມທົບກັບຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ ແລະສູນວັດທະນະທໍາອາຊຽນ (ACH) ໂດຍກອງທຶນພົບປະແລກປ່ຽນສາກົນ ສ.ເກົາຫຼີ (KF) ບໍລິຫານ, ຈັດຕັ້ງເຂດວາງສະແດງສິລະປະຈັດແຕ່ງເຄື່ອງຫຼິ້ນພື້ນເມືອງຫວຽດນາມ ຕິດພັນກັບບຸນໄຫວ້ພະຈັນ, ດ້ວຍຫົວຂໍ້ “ເຄື່ອງຫຼິ້ນພື້ນເມືອງຫວຽດນາມ: ການເຊື່ອມຕໍ່”.

leftcenterrightdel
ທ່ານປະທານປະເທດ ເລືອງເກື່ອງ ໄປຢ້ຽມຊົມເຂດວາງສະແດງສິລະປະເຄື່ອງຫຼິ້ນພື້ນເມືອງຫວຽດນາມ ຢູ່ ສ.ເກົາຫຼີ. ພາບ: ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ

ການຈັດວາງສະແດງດັ່ງກ່າວໄດ້ຈັດຂຶ້ນໃນເວລາ 1 ເດືອນ (ແຕ່ວັນທີ 1 ພະຈິກ 2025 ຫາວັນທີ 1 ທັນວາ 2025) ທີ່ສູນວັດທະນະທໍາອາຊຽນ, ນະຄອນບູຊານ, ສ.ເກົາຫຼີ. ມາເຂດວາງສະແດງຄັ້ງນີ້, ມະຫາຊົນມີໂອກາດຄົ້ນຫາຄວາມງາມຂອງເຄື່ອງຫຼິ້ນພື້ນເມືອງຫວຽດນາມ ຕິດພັນກັບບຸນໄຫວ້ພະຈັນ ກໍ່ຄືຄຸນຄ່າວັດທະນະທຳທີ່ເຊື່ອງຊ້ອນໄວ້ໃນແຕ່ລະປະເພດ.

ນີ້ແມ່ນການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະ, ນອນໃນບັນດາເຫດການຂໍ່ານັບຮັບຕ້ອນການເຂົ້າຮ່ວມຂອງຫວຽດນາມ ທີ່ກອງປະຊຸມຂັ້ນສູງ APEC 2025, ປະກອບສ່ວນແນະນຳ ແລະໂຄສະນາປະເທດ, ປະຊາຊົນ ແລະມໍລະດົກວັດທະນະທຳຫວຽດນາມ ເຖິງເພື່ອນມິດສາກົນ.

ໂອກາດນີ້, ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ ແລະສູນວັດທະນະທໍາ ອາຊຽນ-ສ.ເກົາຫຼີ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ ວ່າດ້ວຍການຊຸກຍູ້ການຮ່ວມມື, ແລກປ່ຽນວັດທະນະທໍາ ແລະສິລະປະ ພາຍໃຕ້ການເປັນສັກຂີພິຍານຂອງທ່ານປະທານປະເທດ ເລືອງເກື່ອງ.

ໂດຍ: ເຈິ່ນຮວ່ຽນ