ຕອນບ່າຍວັນທີ 19 ຕຸລາ, ເມື່ອໄປກວດກາວຽກງານກະກຽມໃຫ້ແກ່ງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025 ຢູ່ສູນວາງສະແດງຫວຽດນາມ (ຢູ່ຮ່າໂນ້ຍ), ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີຫວຽດນາມ ຮຽກຮ້ອງຕ້ອງຍູ້ໄວຄວາມຄືບໜ້າການສ້າງບັນດາຮ້ານວາງສະແດງ, ຮັບປະກັນໃຫ້ສິນຄ້າຢູ່ງານຕະຫຼາດນັດແມ່ນບັນດາສິນຄ້າດີເດັ່ນ, ມີຄຸນນະພາບສູງທີ່ສຸດ.

leftcenterrightdel
ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນ. ພາບ: baochinhphu.vn

ບັນດາອົງການ, ວິສາຫະກິດດຳເນີນການສ້າງແຕ່ວັນທີ 17 ຕຸລາ 2025 ຖືກຕາມຄວາມຄືບໜ້າ, ຮັບປະກັນໃຫ້ສຳເລັດກ່ອນວັນທີ 22 ຕຸລາ 2025 ເພື່ອມອບໃຫ້ວິສາຫະກິດວາງສະແດງສິນຄ້າຮັບໃຊ້ການກວດກາຮອບສຸດທ້າຍໃນວັນທີ 24 ຕຸລາ 2025.

ຜ່ານການສຳຫຼວດກວດກາຕົວຈິງ, ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະບັນດາອົງການທີ່ກ່ຽວຂ້ອງໃນການຜັນຂະຫຍາຍບັນດາເນື້ອໃນຂອງວຽກງານໃຫ້ຖືກຕ້ອງຕາມຄວາມຄືບໜ້າ, ພິທີເປີດງານຕະຫຼາດນັດຈະຈັດຂຶ້ນໃນເວລາ 20 ໂມງຂອງວັນທີ 25 ຕຸລາ 2025. ງານຕະຫຼາດນັດດັ່ງກ່າວແມ່ນງານຕະຫຼາດນັດມີຂອບຂະໜາດໃຫຍ່ສຸດຢູ່ຫວຽດນາມ, ດ້ວຍຮ້ານວາງສະແດງປະມານ 3.000 ຮ້ານ. ງານຕະຫຼາດນັດປະກອບສ່ວນສໍາຄັນເຂົ້າໃນການປະຕິບັດເປົ້າໝາຍເຕີບໂຕເສດຖະກິດໃນປີ 2025 ບັນລຸກວ່າ 8%.

ໂດຍ: ໄຊນີດາ