STEAMese Festival 2025 ປະກອບສ່ວນແຜ່ກະຈ່າຍປັນຍາປະດິດສູ່ປະຊາຄົມ
ກປ.ອອນໄລ - ບັນດາຜູ້ແທນ ແລະ ແຂກຖືກເຊີນໄດ້ແບ່ງປັນຮູບພາບລວມ ແລະ ບັນດາຂໍ້ລິເລີມຕົວຈິງເພື່ອຊຸກຍູ້ການຫັນເປັນດີຈີຕອນ, ຍົກສູງກຳລັງຄວາມສາມາດດ້ານດີຈີຕອນ.
ວັນທີ 19 ຕຸລາ, STEAMese Festival 2025 - ງານບຸນ STEAM ປະຈຳປີແຖວໜ້າຢູ່ ຫວຽດນາມ ໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ. ດ້ວຍຫົວຂໍ້ “AI for All”, ເຫດການໄດ້ມີການເຄື່ອນໄຫວຄົ້ນຫາ, ກອງປະຊຸມສຳມະນາ ແລະລາງວັນ, ມຸ່ງໄປເຖິງເປົ້າໝາຍນຳປັນຍາປະດິດ (AI) ກາຍເປັນກຳລັງພື້ນຖານຂອງຍຸກສະໄໝໃໝ່.
    |
 |
ງານວາງສະແດງໃນຂອບເຂດ STEAMese Festival 2025. ພາບ: vovworld.vn |
ບັນດາຜູ້ແທນ ແລະແຂກຖືກເຊີນໄດ້ແບ່ງປັນຮູບພາບລວມ ແລະບັນດາຂໍ້ລິເລີ່ມຕົວຈິງເພື່ອຊຸກຍູ້ການຫັນເປັນດີຈີຕອນ, ຍົກສູງກຳລັງຄວາມສາມາດດ້ານດີຈີຕອນ, ກຳລັງຄວາມສາມາດ AI ໃນທົ່ວປະເທດ ແລະ ເສີມຂະຫຍາຍກຳລັງແຮງຂອງ AI ເພື່ອການພັດທະນາລວມ. ໜຶ່ງໃນບັນດາຈຸດສຸມອື່ນໃນຂອບເຂດ AI Summit ແມ່ນການແຂ່ງຂັນໝູນໃຊ້ AI ເຂົ້າໃນການສອນການຮຽນ, ເພື່ອແນໃສ່ເຊີດຊູບັນດາຂໍ້ລິເລີ່ມ, ຮູບແບບນຳໃຊ້ AI ຂອງຄູອາຈານ, ນັກຮຽນ ແລະ ໂຮງຮຽນ, ພ້ອມກັນນັ້ນ ກໍ່ນຳສະເໜີບັນດາມາດຕະການແກ້ໄຂຕົວຈິງເພື່ອສາມາດຜັນຂະຫຍາຍໃນຫ້ອງຮຽນໄດ້ໂດຍກົງ.
ໂດຍ: ກວຽດເຕິມ