ຕາມແຈ້ງການຂອງກະຊວງກະສິກຳ ແລະສິ່ງແວດລ້ອມຫວຽດນາມ ແລ້ວ, ພາຍຸດັ່ງກ່າວໄດ້ເຮັດໃຫ້ເຮືອນຊານຂອງປະຊາຊົນເປ່ເພ, ເສຍຫາຍຈຳນວນກວ່າ 100.000 ຫຼັງ; ເນື້ອທີ່ປູກເຂົ້າ ແລະພືດຜັກ ກວ່າ 9.400 ເຮັກຕາ, ເນື້ອທີ່ປູກລ້ຽງສິນໃນນ້ຳເກືອບ 1.400 ເຮັກຕາຖືກເສຍຫາຍ….; ເສັ້ນທາງຫຼາຍສາຍຂອງທ້ອງຖິ່ນຕ່າງໆຢູ່ທາງທິດເໜືອ ແລະພາກກາງຖືກນ້ຳຖ້ວມ, ດິນເຊາະເຈື່ອນ, ຖືກຕັດຂາດ. ບັນດາແຂວງເງະອານ, ຮ່າຕິ໊ງ, ກວາງຈິ, ແທັງຮວ໊າ ໄຟດັບເປັນວົງກວ້າງ.

leftcenterrightdel
​ຜົນ​ຮ້າຍ​ຢ້ອນຫຼັງ​ອັນໜັກໜ່ວງ ຈາກພາ​ຍຸ ບົວ​ລອຍ. ພາບ: qdnd.n

ໃນໂທລະເລກທາງການທີ່ຝາກເຖິງບັນດາກະຊວງ, ຂະແໜງການ, ບັນດາແຂວງ, ນະຄອນທາງທິດເໜືອ ແລະພາກກາງ ໃນວັນທີ 29 ກັນຍາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຝາກຄຳຢື້ຢາມຖາມຂ່າວ, ແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງທີ່ສຸດ ເຖິງບັນດາຄອບຄົວທີ່ມີຜູ້ຖືກປະສົບເຄາະຮ້າຍ; ຮຽກຮ້ອງໃຫ້ບັນດາແຂວງ, ນະຄອນລະດົມບັນດາກຳລັງ, ຍານພາຫະນະທີ່ຈຳເປັນເພື່ອເຂົ້າເຖິງເຂດຖືກຕັດຂາດຍ້ອນໄພທຳມະຊາດໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້; ໜູນຊ່ວຍປະຊາຊົນ ເພື່ອບໍ່ໃຫ້ຜູ້ໃດຂາດນ້ຳດື່ມ ແລະອາຫານ, ໜາວເຢັນ, ບໍ່ມີບ່ອນຢູ່ອາໄສ ຫຼື ຂາດແຄນເສື້ອຜ້າ.  ພ້ອມດຽວກັນນັ້ນ, ກໍສຸມໃສ່ແກ້ໄຂຟື້ນຟູບັນດາຮາກຖານການສຶກສາ, ສາທາລະນະສຸກທີ່ຖືກເປ່ເພໃຫ້ສຳເລັດກ່ອນວັນທີ 5 ຕຸລາ.

ປັດຈຸບັນນີ້, ທ້ອງຖິ່ນຕ່າງໆພວມສືບຕໍ່ສຳຫຼວດກວດຄືນ, ຈັດຕັ້ງການກວດກາ, ແກ້ໄຂບັນດາຜົນເສຍຫາຍໃນເບື້ອງຕົ້ນ. ຢູ່ແຂວງ ກວາງຈິ, ພາຍຫຼັງພາຍຸພັດຜ່ານ, ກຳລັງເຈົ້າໜ້າທີ່ ແລະ ປະຊາຊົນກໍດຳເນີນການຈັດມ້ຽນ, ເຮັດອະນາໄມຕົ້ນໄມ້ທີ່ຫັກລົ້ມ, ໜູນຊ່ວຍປະຊາຊົນສ້ອມແປງເຮືອນຊານບ້ານຊ່ອງ, ສຸມໃສ່ຊອກຫາກູ້ໄພກູ້ຊີບ, ຜັນຂະຫຍາຍມາດຕະການຮັບປະກັນການຜະລິດກະສິກຳ ແລະ ສິນໃນນ້ຳ. ພ້ອມດຽວກັນນັ້ນ, ບັນດາຂະແໜງທີ່ມີຄວາມຮັບຜິດຊອບຂອງແຂວງ ກວາງຈິ ກໍສົມທົບກັບທະຫານເຂດ 4 ຜັນຂະຫຍາຍວຽກງານຊອກຫາຊາວປະມົງ 9 ຄົນ ທີ່ຫາຍສາບສູນໃນກໍາປັ່ນຫາປ່າ 2 ລຳ ທີ່ຖືກຈົມນ້ຳໃນຕອນຄ່ຳວັນທີ 28 ກັນຍາ.

ທ່ານພັນເອກພິເສດ ໂງນາມເກື່ອງ, ຮອງຜູ້ບັນຊາການທະຫານເຂດ 4 ໃຫ້ຮູ້ວ່າ, ທະຫານເຂດ 4 ໄດ້ລະດົມກຳລັງ ແລະພາຫະນະ ສົມທົບກັບແຂວງ ເປີດກວ້າງເຂດຊອກຫາທັງຢູ່ທະເລ ແລະເທິງອາກາດ. ປະຈຸ​ບັນ, ກອງ​ບັນຊາ​ການ​ທະຫານ​ເຂດ 4 ພວມ​ສົມທົບ​ກັບ​ແຂວງກວາງ​ຈິ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ຂ້ຽວຂາດ ​ແລະຕັ້ງໜ້າ. ສຸມ​ໃສ່​ລະດົມ​ກຳລັງ, ພາຫະນະ ກໍານົດທີ່ຕັ້ງ​ກຳ​ປັ່ນ​ທີ່​ຈົມ​ນ້ຳ​ໂດຍ​ໄວ, ​ແລະຮັດ​ແຄບ​ເຂດ​ຊອກ​ຫາ​ຊາວ​ປະມົງ​ທີ່​ຫາຍ​ສາບ​ສູນ​ຢູ່​ໃນ​ລັດສະໝີ 15-20 ກິ​ໂລ​ແມັດລຽບ​ຕາມ​​ຝັ່ງທະເລ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ