ທ່ານເລຂາທິການໃຫຍ່ ໂຕເລິມ ຝາກຈົດໝາຍຊົມເຊີຍວິທະຍຸກະຈາຍສຽງຫວຽດນາມ
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ ຄົບຮອບ 80 ປີ (7-9-1945 / 7-9-2025), ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຝາກຈົດໝາຍຊົມເຊີຍ.
ໃນຈົດໝາຍ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ: ໃນຕະຫຼອດໄລຍະ 80 ປີຜ່ານມາ, ດ້ວຍຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະສ້າງສາປະເທດຊາດ, ເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ. ທ່ານເລຂາທິການໃຫຍ່ ເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງ, ວິທະຍຸກະຈາຍສຽງຫວຽດນາມ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ, ສາມັກຄີ, ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ໝູນໃຊ້ວິທະຍາສາດເຕັກໂນໂລຊີ, ຍົກສູງປະສິດທິຜົນວຽກງານໂຄສະນາຖະແຫຼງຂ່າວ, ແຜ່ຂະຫຍາຍບັນດາຄຸນຄ່າອັນດີງາມ, ລະດົມກຳລັງໃຈພີ່ນ້ອງຮ່ວມຊາດ ທັງຢູ່ພາຍໃນ ແລະຕ່າງປະເທດ, ຮ່ວມແຮງຮ່ວມໃຈສ້າງສາປະເທດຫວຽດນາມ ພັດທະນາຢ່າງໃຫຍ່ໂຕເຂັ້ມແຂງ ໃນສັງກາດໃໝ່.
ແຫຼ່ງຄັດຈາກ: vovworld.vn