ຫວຽດນາມ ໄດ້ດຶງດູດນັກທ່ອງທ່ຽວສາກົນເກືອບ 14 ລ້ານເທື່ອຄົນໃນ 8 ເດືອນ
ກປ.ອອນໄລ - ໃນ 8 ເດືອນຕົ້ນປີ 2025, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນເກືອບ 14 ລ້ານເທື່ອຄົນ, ເພີ່ມຂຶ້ນຫຼາຍກວ່າ 21% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ສະແດງໃຫ້ເຫັນການຟື້ນຕົວຢ່າງແຂງແຮງຂອງການທ່ອງທ່ຽວ inbound.
ຂໍ້ມູນຈາກກົມສະຖິຕິ (ກະຊວງການເງິນ) ປະກາດໃນວັນທີ 6 ກັນຍາ, ຈຳນວນນັກທ່ອງທ່ຽວສາກົນມາຫວຽດນາມ ໃນເດືອນ ສິງຫາ 2025 ບັນລຸ 1,68 ລ້ານຄົນ, ເພີ່ມຂຶ້ນ 16,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນ 8 ເດືອນຂອງປີນີ້, ຈຳນວນນັກທ່ອງທ່ຽວສາກົນບັນລຸເກືອບ 14 ລ້ານເທື່ອຄົນ, ເພີ່ມຂຶ້ນ 21,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
    |
 |
ນັກທ່ອງທ່ຽວສາກົນມາຢ້ຽມຢາມຖະໜົນຫົນທາງຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ |
ຕາມການຕີລາຄາຂອງກົມທ່ອງທ່ຽວແຫ່ງຊາດຫວຽດນາມ ແລ້ວ, ເຖິງວ່າ ຈະຢູ່ໃນລະດູການທ່ອງທ່ຽວສາກົນຕໍ່າກໍ່ຕາມ, ແຕ່ໝາກຜົນຕັ້ງໜ້າໃນເດືອນກໍລະກົດ ແລະເດືອນສິງຫາ ຜ່ານມາ ສະແດງໃຫ້ເຫັນສັນຍານຟື້ນຕົວ ແລະການເຕີບໂຕຂອງຕະຫຼາດນັກທ່ອງທ່ຽວສາກົນ (inbound) ມາຫວຽດນາມ.
ກ່ຽວກັບດ້ານຕະຫຼາດ, ຈີນ ແລະສ.ເກົາຫຼີ ສືບຕໍ່ຮັກສາທີ່ຕັ້ງອັນດັບໜຶ່ງ, ປະກອບສ່ວນເກືອບເຄິ່ງໜຶ່ງຂອງຈຳນວນນັກທ່ອງທ່ຽວສາກົນມາຫວຽດນາມ. ບັນດາຕະຫຼາດອື່ນນອນໃນກຸ່ມ 10 ຕະຫຼາດ ສົ່ງນັກທ່ອງທ່ຽວ ມາຫວຽດນາມ ລວມມີ: ໄຕ້ຫວັນ (ຈີນ), ອາເມລິກາ, ຍີ່ປຸ່ນ, ກໍາປູເຈຍ, ອິນເດຍ, ລັດເຊຍ, ອົດສະຕາລີ ແລະມາເລເຊຍ.
ໂດຍ: ເຈິ່ນຮວ່ຽນ