ຫວຽດນາມ-ຍີ່ປຸ່ນ ເພີ່ມທະວີການຮ່ວມມືຕ້ານ ແລະສະກັດກັ້ນໄພທຳມະຊາດ
ກປ.ອອນໄລ - ຕອນເຊົ້າວັນທີ 5 ກັນຍາ, ຢູ່ນະຄອນຫຼວງ ໂຕກຽວ, ປະເທດຍີ່ປຸ່ນ, ກະຊວງກະສິກໍາ ແລະສິ່ງແວດລ້ອມຫວຽດນາມ ແລະກະຊວງທີ່ດິນ, ພື້ນຖານໂຄງລ່າງ, ຄົມມະນາຄົມ ແລະທ່ອງທ່ຽວຍີ່ປຸ່ນ ໄດ້ຈັດຕັ້ງພິທີລົງນາມຂະຫຍາຍເວລາບົດບັນທຶກຊ່ວຍຈໍາການຮ່ວມມືໃນຂົງເຂດຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ແລະ ຮັບມືກັບການປ່ຽນແປງດິນຟ້າອາກາດ ໄລຍະ 2026-2030.
ເຂົ້າຮ່ວມພິທີລົງນາມມີທ່ານ ເຈິ່ນດຶກຖັ໊ງ ຮັກສາການລັດຖະມົນຕີກະຊວງກະສິກຳ ແລະສິ່ງແວດລ້ອມຫວຽດນາມ ແລະທ່ານ Nakano Hiromasa ລັດຖະມົນຕີກະຊວງທີ່ດິນ, ພື້ນຖານໂຄງລ່າງ, ຄົມມະນາຄົມ ແລະທ່ອງທ່ຽວຍີ່ປຸ່ນ; ທ່ານ ຟ້າມກວາງຮ້ຽວ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳຍີ່ປຸ່ນ.
    |
 |
ຫົວໜ້າຄະນະສອງກະຊວງ ລົງນາມຂະຫຍາຍເວລາບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືໃນຂົງເຂດຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ໄລຍະ 2026-2030. ພາບ: ດິ່ງດຶກ |
ໃນໄລຍະ 10 ປີຜ່ານມາ, ນັບແຕ່ປີ 2013 ເປັນຕົ້ນມາ, ພາຍຫຼັງສອງກະຊວງລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມື, ໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວແທດຈິງໃນວຽກງານຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ, ບັນລຸໄດ້ໝາກຜົນສຳຄັນ. ສອງກະຊວງ ໄດ້ສົມທົບກັນກໍ່ສ້າງ ແລະ ທໍາງານລະບົບພະຍາກອນ ແລະບໍລິຫານໄພນໍ້າຖ້ວມໃຫ້ເຂດອ່າງແມ່ນ້ຳເຮືອງ (ນະຄອນ ເຫ້ວ) ດ້ວຍເຕັກໂນໂລຢີຣາດາ Xband ທີ່ທັນສະໄໝ; ຝ່າຍຍີ່ປຸ່ນ ໄດ້ໜູນຊ່ວຍການຄົ້ນຄວ້າ ແລະນຳເຂົ້າໝູນໃຊ້ເຕັກໂນໂລຢີສ້າງເຂື່ອນ SABO ເພື່ອຕ້ານ ແລະສະກັດກັ້ນນໍ້າແກ້ງໃຫ້ເຂດອ່າງນ້ຳປາມ, ພ້ອມທັງກໍ່ສ້າງໂຄງການເຂື່ອນ Sabo ທົດລອງຢູ່ແຂວງເຊີນລາ. ສອງກະຊວງໄດ້ຈັດຕັ້ງວາລະສົນທະນາ 13 ຄັ້ງ, ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນປະສົບການ ແລະພ້ອມກັນປຶກສາຫາລືກ່ຽວກັບມາດຕະການແກ້ໄຂໃໝ່ໃນການຕ້ານ ແລະສະກັດກັ້ນໄພທຳມະຊາດ...
ກ່າວຄຳເຫັນທີ່ພິທີລົງນາມ, ຫົວໜ້າຄະນະສອງກະຊວງ ສືບຕໍ່ຢືນຢັນເສີມຂະຫຍາຍໝາກຜົນທີ່ບັນລຸໄດ້; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ໃນການປະສານງານ, ແບ່ງປັນປະສົບການ ແລະເຕັກໂນໂລຢີ, ຍົກສູງຄວາມສາມາດຮັບມືກັບໄພທຳມະຊາດ, ປະກອບສ່ວນປົກປັກຮັກສາຊີວິດອິນຊີ ແລະວິທີຫາເງິນລ້ຽງຊີບຂອງປະຊາຊົນ ຕໍ່ກັບການຜົນກະທົບທີ່ນັບມື້ນັບໜັກໜ່ວງຈາກໄພທຳມະຊາດ ແລະ ການປ່ຽນແປງດິນຟ້າອາກາດ.
ໂດຍ: ທູຈາງ