ເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 55 ປີແຫ່ງວັນອອກອາກາດລາຍການໂທລະພາບທຳອິດ
ຕອນເຊົ້າວັນທີ 7 ກັນຍາ, ສະຖານີໂທລະພາບຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 55 ປີແຫ່ງວັນອອກອາກາດລາຍການໂທລະພາບທຳອິດ (7-9-1970 / 7-9-2025), ຕ້ອນຮັບນາມມະຍົດຫຼຽນໄຊແຮງງານຊັ້ນ 1 ແລະພິທີເປີດຕົວ, ອອກອາກາດຊ່ອງໂທລະພາບພາສາຕ່າງປະເທດ-Vietnam Today.
    |
 |
ບັນຍາກາດທີ່ພິທີ. ພາບ: nhandan.vn |
ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ໃນຕະຫຼອດ 55 ປີຜ່ານມາ, ສະຖານີໂທລະພາບຫວຽດນາມ ໄດ້ພັດທະນາກາຍເປັນສະຖານີໂທລະພາບແຫ່ງຊາດ, ອົງການສື່ມວນຊົນຫຼັກແຫຼ່ງ, ຫຼາຍປະເພດ, ໂຄສະນາແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ; ປະກອບສ່ວນສຶກສາ, ຍົກສູງພູມປັນຍາ; ເວົ້າສຽງເວົ້າຂອງ ປຊຊ ໃນພາລະກິດສ້າງສາປົກປັກຮັກສາປະເທດຊາດ. ຮ່ວມເດີນທາງພ້ອມກັບປະເທດຊາດ, ຊົນຊາດ, ບັນດາລາຍການຂອງສະຖານີໂທລະພາບຫວຽດນາມ ໄດ້ສ່ອງແສງຢ່າງພາວະວິໄສ, ຫຼາຍແງ່ມູມກ່ຽວກັບດ້ານຊີວິດການເມືອງ, ເສດຖະກິດ, ວັດທະນະທໍາສັງຄົມ, ປຸກລະດົມການປ່ຽນແປງໃໝ່; ຕໍ່ສູ້ຕ້ານໄພສໍ້ລາດບັງຫຼວງ, ໄພຫຍໍ້ທໍ້…
ແຫຼ່ງຄັດຈາກ: vovworld.vn