ຕາມບົດລາຍງານຂອງກົມສະຖິຕິ, ກະຊວງການເງິນຫວຽດນາມ ທີ່ຫາກໍ່ປະກາດໃຊ້ໃນຕອນເຊົ້າວັນທີ 6 ກັນຍາ, ໃນ 8 ເດືອນຕົ້ນປີ,       ຫວຽດນາມ ສືບຕໍ່ດຶງດູດແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຢ່າງແຮງ ດ້ວຍຍອດຈຳນວນມູນຄ່າຈົດທະບຽນບັນລຸ 26,14 ຕື້ USD, ເພີ່ມ 27,3% ເມື່ອທຽບໄສ່ໄລຍະດຽວກັນຂອງປີກາຍ.

leftcenterrightdel
ພາບປະອບ: ກະຊວງການເງິນຫວຽດນາມ

ໃນ 8 ເດືອນຂອງປີ 2025, ຂະແໜງອຸດສາຫະກຳປຸງແຕ່ງ, ຜະລິດຍັງໄດ້ຮັບການຕີລາຄາວ່າແມ່ນຂົງເຂດດຶງດູດທຶນ FDI, ກວມ 62,9% ຍອດຈຳນວນທຶນຈົດທະບຽນໃໝ່ ແລະ ເພີ່ມຂຶ້ນ.

ໃນຈຳນວນ 78 ປະເທດ ແລະ ເຂດແຄ້ວນທີ່ມີໂຄງການລົງທຶນໄດ້ຮັບໜັງສືອະນຸຍາດໃໝ່ຢູ່ ຫວຽດນາມ ໃນ 8 ເດືອນຜ່ານມາ, ສິງກະໂປ ແມ່ນນັກລົງທຶນໃຫ່ຍກ່ວາໝູ່ດ້ວຍຈຳນວນທຶນ 3,06 ຕື້ USD, ກວມເອົາ 27,8% ຍອດຈຳນວນທຶນຈົດທະບຽນໃໝ່. ຖັດຈາກແມ່ນ ຈີນ, ເຂດປົກຄອງພິເສດ ຮົງກົງ (ຈີນ)…

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ