ບັນຍາກາດໄຂສົກຮຽນໃໝ່ໃນທົ່ວປະເທດຢ່າງຄຶກຄື້ນມ່ວນຊື່ນ
ຢູ່ແຂວງເຊີນລາ, ເປັນຄັ້ງທຳອິດທີ່ບັນດາຄູອາຈານ, ນັກຮຽນຂອງແຂວງ ໄດ້ເຂົ້າຮ່ວມພິທີເຄົາລົບທຸງຊາດ ແລະຮ້ອງເພງຊາດແບບທາງໄກພ້ອມກັບບັນດາຄູອາຈານ ແລະ ນັກຮຽນໃນທົ່ວປະເທດ.
ວັນທີ 5 ກັນຍາ, ໂຮງຮຽນແຫ່ງຕ່າງໆໃນທົ່ວປະເທດມີບັນຍາກາດຄຶກຄື້ນໃນພິທີໄຂສົກຮຽນໃໝ່ 2025 – 2026. ຢູ່ແຂວງກວາງນິງ, ມີນັກຮຽນ 360.000 ຄົນຢູ່ຮາກຖານການສຶກສາກວ່າ 640 ແຫ່ງໄດ້ກ້າວເຂົ້າສູ່ສົກຮຽນໃໝ່ ດ້ວຍພື້ນຖານດ້ານວັດຖຸທີ່ດີ ແລະງາມກວ່າເກົ່າ. ເອື້ອຍຄູ ຟ້າມທິຮວ່າ, ຄູອະນຸບານຢູ່ສາຂາ ດ໋າວເຈິ່ນ, ສັງກັດໂຮງຮຽນປະຖົມ ແທັງເລິນ, ເຂດພິເສດ ໂກໂຕ ແບ່ງປັນວ່າ:
    |
 |
ຜູ້ປົກຄອງ, ອຳນາດການປົກຄອງເຂດພິເສດ ໂກໂຕ, ຄູອາຈານ, ນັກຮຽນ ແລະກຳລັງປະກອບອາວຸດໃນເກາະ ເຈິ່ນ ເຂົ້າຮ່ວມພິທີໄຂສົກຮຽນໃໝ່. ພາບ: VOV |
“ໃນຊຸມວັນຜ່ານມາ, ເອື້ອຍຄູ ແລະນັກຮຽນພວກຂ້າພະເຈົ້າ ໄດ້ກະກຽມວັດຖຸອຸປະກອນຢ່າງຄົບຖ້ວນງາມຕາ, ພວກນ້ອງນັກຮຽນກໍມີຄວາມຫ້າວຫັນເມື່ອໄປໂຮງຮຽນ. ພວກຂ້າພະເຈົ້າ ກໍຕັດສິນໃຈຍົກສູງຄຸນນະພາບການຮຽນ ແລະການສອນ, ຊ່ວຍໃຫ້ພວກນ້ອງໄດ້ຮັບຄວາມຮູ້ທີ່ດີ. ບັນດາເອື້ອຍຄູກໍສະຫຼັບສັບຊ້ອນລະຫວ່າງຄວາມຮູ້ຢູ່ຫ້ອງຮຽນກັບບັນດາກິດຈະກຳທັດສະນະສຶກສາ ເພື່ອແນໃສ່ຍົກສູງນ້ຳໃຈຮັກທະເລໝູ່ເກາະ, ບ້ານເກີດເມືອງນອນ, ສະຕິປົກປ້ອງອະທິປະໄຕທະເລໝູ່ເກາະ ແລະຄວາມເອກອ້າງທະນົງໃຈ ທີ່ເປັນລູກຫຼານເກາະດ່ານໜ້າຂອງປະເທດຊາດ”.
ໃນຂະນະນັ້ນ, ຢູ່ແຂວງເຊີນລາ, ເປັນຄັ້ງທຳອິດທີ່ບັນດາຄູອາຈານ, ນັກຮຽນຂອງແຂວງ ໄດ້ເຂົ້າຮ່ວມພິທີເຄົາລົບທຸງຊາດ ແລະຮ້ອງເພງຊາດແບບທາງໄກພ້ອມກັບບັນດາຄູອາຈານ ແລະນັກຮຽນໃນທົ່ວປະເທດ.
ຢູ່ແຂວງດ້ຽນບຽນ, ເຖິງວ່າຫາກໍ່ຜ່ານຜ່າໄພນ້ຳຖ້ວມຄັ້ງປະຫວັດສາດເຮັດໃຫ້ບໍລິເວນໂຮງຮຽນຖືກຖ້ວມເລິກເຖິງ 3 ແມັດ, ໂຕະຕັ່ງ, ປຶ້ມສໍ ແລະອຸປະກອນການຮຽນການສອນຖືກເປ່ເພກໍຕາມ, ແຕ່ນັກຮຽນກວ່າ 500 ຄົນ ພ້ອມກັບຄູອາຈານທຸກຄົນໃນໂຮງຮຽນມັດທະຍົມຕອນປາຍ, ຕອນຕົ້ນເຄິ່ງກິນນອນຊົນເຜົ່າ ຈ່ຽງເຊີ, ຕາແສງເມືອງລວນ ກໍແກ້ໄຂຄວາມຫຍຸ້ງຍາກທຸກປະການເພື່ອໃຫ້ພິທີໄຂສົກຮຽນໃໝ່ໄດ້ດຳເນີນໄປຢ່າງຈົບງາມ. ອ້າຍຄູ ຫງວຽນແຢັງຮີ, ອະທິການບໍດີໂຮງຮຽນ,ໃຫ້ຮູ້ວ່າ: “ທາງໂຮງຮຽນໄດ້ຮັບຄວາມເອົາໃຈໃສ່ຈາກການນຳທຸກຂັ້ນ, ຈາກປະຊາຄົມ ແລະຄວາມມານະພະຍາຍາມຂອງໝູ່ບັນດາຄູອາຈານ, ສະນັ້ນ, ກໍສາມາດແກ້ໄຂທຸກຄວາມຫຍຸ້ງຍາກພາຍຫຼັງຝົນຕົກນ້ຳຖ້ວມ ແລະຮັບປະກັນພື້ນຖານດ້ານວັດຖຸຕ້ອນຮັບນັກຮຽນເຂົ້າມາໂຮງຮຽນ, ໄຂສົກຮຽນໃໝ່ຖືກກັບແຜນການ”.
ແຫຼ່ງຄັດຈາກ vovworld.vn