ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີ ແຫ່ງວັນການປະຕິວັດເດືອນ ສິງຫາ (19 ກັນຍາ 1945 - 19 ກັນຍາ 2025) ແລະວັນຊາດ ທີ 2 ກັນຍາ (02 ກັນຍາ 1945 - 02 ກັນຍາ 2025), ຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງ ພ້ອມກັບສະຖານີໂທລະພາບຫວຽດນາມ ໄດ້ຈັດລາຍການຖ່າຍທອດສົດບົດສື່ການເມືອງ-ສິລະປະພິເສດ “ໂອກາດທອງ” ເຊື່ອມຕໍ່ 3 ເຂດພາກຂອງຫວຽດນາມ. ທ່ານ ເລືອງເກື່ອງ ປະທານປະເທດ ແຫ່ງ ສສ.ຫວຽດນາມ ເຂົ້າຮ່ວມຈຸດເຊື່ອມຕໍ່ຖ່າຍທອດສົດຢູ່ຮ່າໂນ້ຍ; ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມຈຸດເຊື່ອມຕໍ່ຢູ່ນະຄອນເຫວ້ ແລະທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມຈຸດເຊື່ອມຕໍ່ຢູ່ນະຄອນໂຮ່ຈີມິນ.
ລາຍການຖ່າຍທອດສົດ “ໂອກາດທອງ” ໄດ້ເຊື່ອມຕໍ່ 3 ຈຸດທີ່ມີຄວາມໝາຍປະຫວັດສາດ, ນັ້ນແມ່ນ: ເສົາທຸງ ຮ່າໂນ້ຍ-ເປັນສັນຍາລັກຂອງຈິດໃຈເອກະລາດ; ສະໜາມຫຼວງ ເງາະມົນ (ເຫວ້) - ແຫ່ງຕິດພັນລະຫວ່າງອະດີດກັບປະຈຸບັນ ແລະທ່າກໍາປັ່ນ ຍາຣົ່ງ (ນະຄອນໂຮ່ຈີມິນ) - ແຫ່ງເລີ່ມຕົ້ນການເດີນທາງປົດປ່ອຍຊາດຂອງປະທານໂຮ່ຈີມິນ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ
Type the code from the image