ໃນຂອບເຂດຂອງງານວາງສະແດງ, ຫໍວາງສະແດງຫວຽດນາມ ໄດ້ສົມທົບກັບພະແນກທ່ອງທ່ຽວຮ່າໂນ້ຍ ຈັດຕັ້ງສະຖານທີ່ແນະນຳການທ່ອງທ່ຽວດ້ວຍຫົວຂໍ້ວ່າ “ຮ່າໂນ້ຍ: ສະຖານທີ່ປອດໄພ - ເປັນມິດ - ຄຸນນະພາບ - ດຶງດູດໃຈ”. ສະຖານທີ່ແນະນຳໃຫ້ຊາວຍີ່ປຸ່ນ ແລະແຂກທ່ອງທ່ຽວ ສາກົນຮັບຮູ້ເຖິງມໍລະດົກ, ປະຫວັດສາດ, ວັດທະນະທຳ ແລະຊາວຮ່າໂນ້ຍ ທັນສະໄໝ, ເຊື່ອມໂຍງ, ພ້ອມທັງໂຄສະນາບັນດາຜະລິດຕະພັນຫັດຖະກຳ, ຂອງຂວັນທີ່ລະນຶກຈາກບັນດາໝູ່ບ້ານຫັດຖະກຳພື້ນເມືອງຂອງຮ່າໂນ້ຍ.
ພ້ອມກັບການຢ້ຽມຊົມຢູ່ເຫດການ, ນັກທ່ອງທ່ຽວສາມາດເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບວິສາຫະກິດທ່ອງທ່ຽວ ແລະຜະລິດຕະພັນທ່ອງທ່ຽວຂອງ ຮ່າໂນ້ຍ, ຫວຽດນາມ, ພິເສດແມ່ນບັນດາເນື້ອໃນມຸ່ງໄປເຖິງຕະຫລາດຍີ່ປຸ່ນ.
    |
 |
ແນະນໍາການທ່ອງທ່ຽວຮ່າໂນ້ຍ ຢູ່ເຫດການ. ພາບ: qdnd.vn |
ປີ 2025, ນະຄອນຫຼວງຮ່າໂນ້ຍ ເປັນບ່ອນທີ່ຈັດຈັ້ງຫຼາຍກິດຈະກຳສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນ ສິງຫາ ແລະວັນຊາດທີ 2 ກັນຍາ. ມຸ່ງໄປເຖິງເຫດການສຳຄັນນີ້, ຂະແໜງທ່ອງທ່ຽວນະຄອນຫຼວງ ໄດ້ປະຕິບັດຫຼາຍກິດຈະກຳ, ແຜນງານທີ່ດຶງດູດ, ສົ່ງເສີມການທ່ອງທ່ຽວ, ເພີ່ມທະວີຄວາມດຶງດູດແຂກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ. ໂດຍສະເພາະແມ່ນການນຳສະເໜີ 80 ກວ່າຜະລິດຕະພັນທ່ອງທ່ຽວທີ່ໄດ້ເປີດຕົວໃໝ່. ຕາມນັ້ນແລ້ວ, ຮ່າໂນ້ຍ ສູ້ຊົນຕ້ອນຮັບນັກທ່ອງທ່ຽວ 31,8 ລ້ານເທື່ອຄົນ, ໃນນັ້ນມີນັກທ່ອງທ່ຽວສາກົນ 7,8 ລ້ານເທື່ອຄົນ, ເພີ່ມຂຶ້ນປະມານ 22,8% ເມື່ອທຽບໃສ່ປີ 2024.
ກ່າວຄຳເຫັນໄຂ, ທ່ານ ເຈິ່ນຈູງຮ້ຽວ ຮອງຫົວໜ້າພະແນກທ່ອງທ່ຽວຮ່າໂນ້ຍ ຢືນຢັນວ່າ: “ລາຍການວັນທ່ອງທ່ຽວຮ່າໂນ້ຍ ຢູ່ EXPO 2025 Osaka, Kansai, ຍີ່ປຸ່ນ ແມ່ນໂອກາດທີ່ດີ ເພື່ອໂຄສະນາຮູບພາບ “ຮ່າໂນ້ຍ - ນະຄອນເພື່ອສັນຕິພາບ”, “ນະຄອນປະດິດສ້າງ” ໃຫ້ແກ່ນັກທ່ອງທ່ຽວ ແລະເພື່ອນມິດສາກົນ, ພ້ອມທັງ ກໍແມ່ນໂອກາດເພື່ອໃຫ້ສອງຝ່າຍພັດທະນາ, ຊຸກຍູ້ການຮ່ວມມືທ່ອງທ່ຽວຮ່າໂນ້ຍ - Osaka ພັດທະນາຢ່າງແຂງແຮງ, ມີປະສິດທິຜົນ ແລະຍືນຍົງ.
ທ່ານ ໂງຈິງຮ່າ, ຫົວໜ້າສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ Osaka ເນັ້ນໜັກວ່າ: “ລາຍການບໍ່ພຽງແຕ່ແນໃສ່ໂຄສະນາພາບພົດຂອງການທ່ອງທ່ຽວເທົ່ານັ້ນ, ຫາກຍັງເປັນຂົວເຊື່ອມຕໍ່, ສະໜິດຕິດພັນຄວາມເຂົ້າໃຈ ແລະການຮ່ວມມືເຊິ່ງກັນອີກດ້ວຍ. ຜ່ານເຫດການນີ້, ປະຊາຊົນ ຍີ່ປຸ່ນ ມີໂອກາດໄດ້ຊົມຄວາມງາມຂອງຮ່າໂນ້ຍ, ຊອກຫາກາລະໂອກາດຮ່ວມມືໃໝ່ ແລະພ້ອມກັນຂຽນໜ້າປະຫວັດສາດໃໝ່ໃນການພົວພັນ ມິດຕະພາບລະຫວ່າງ 2 ຝ່າຍ”.
ໂດຍ: ໄຊນີດາ