Festival ໄວໜຸ່ມ, ຊາວໜຸ່ມຫວຽດນາມ ຢູ່ເອີລົບ: ການເດີນທາງຂອງການເຊື່ອມຕໍ່ໄວໜຸ່ມ ແລະຄວາມຄາດຫວັງ
ມີໄວໜຸ່ມ, ຊາວໜຸ່ມຫວຽດນາມ ກວ່າ 120 ຄົນທີ່ມາຈາກ 14 ປະເທດເອີລົບ ໄດ້ເຕົ້າໂຮມກັນໃນ Festival ໄວໜຸ່ມ, ຊາວໜຸ່ມຫວຽດນາມ ຢູ່ເອີລົບ ຄັ້ງທີ 11 ຫາກໍ່ຈັດຂຶ້ນຢູ່ນະຄອນຫຼວງ Budapest, ປະເທດຮຸງກາຣີ.
    |
 |
ບັນດາຜູ້ແທນເຂົ້າຮ່ວມ Festival. ພາບ: vov.vn |
ເຫດການໄດ້ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ຮຸງກາຣີ ແລະວັນມູນເຊື້ອນັກຮຽນ, ນັກສຶກສາຫວຽດນາມ.
ບັນດາເພື່ອນໜຸ່ມໄດ້ເຂົ້າຮ່ວມການເຄື່ອນໄຫວຫຼາຍຢ່າງ, ຄື: ໄປຢ້ຽມຊົມບັນດາເຂດມໍລະດົກວັດທະນະທຳ-ປະຫວັດສາດຢູ່ Budapest, ຈັດງານພົບປະແລກປ່ຽນສະແດງສິລະປະ, ຈັດການໂອ້ລົມສົນທະນາຫົວເລື່ອງສະເພາະກ່ຽວກັບການເຊື່ອມໂຍງ, ເລີ່ມທຸລະກິດ, ເພີ່ມທະວີການຮັກສາ ແລະເສີມຂະຫຍາຍສີສັນວັດທະນະທຳຫວຽດນາມ ຢູ່ຕ່າງປະເທດ… ນອກນັ້ນ, ບັນດາການເຄື່ອນໄຫວຍັງປະກອບສ່ວນໂຄສະນາພາບພົດ, ມະນຸດ, ວັດທະນະທຳຫວຽດນາມ ເຖິງເພື່ອນມິດສາກົນ, ເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງສອງປະເທດ.
ແຫຼ່ງຄັດຈາກ vovworld.vn