ວັນທີ 19 ສິງຫາ, ໜັງສືພິມ New York Times ຂອງ ອາເມລິກາ ໄດ້ລົງບົດກ່ຽວກັບບັ້ນແຜ່ບໍລິຈາກເງິນສ້າງກອງທຶນສະໜັບສະໜູນກູບາ ຂອງຫວຽດນາມ, ເນື່ອງໃນໂອກາດສອງປະເທດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1960-2025). ໜັງສືພິມ New York Times ໃຫ້ຮູ້ວ່າ, ພຽງໃນອາທິດທຳອິດຂອງບັ້ນແຜ່ບໍລິຈາກ, ສູນກາງສະພາກາແດງຫວຽດນາມ ໄດ້ຮັບຈຳນວນເງິນກວ່າ 13 ລ້ານໂດລາສະຫະລັດ, ລື່ນກາຍຄວາມຄາດຫວັງຂອງຄະນະຈັດຕັ້ງເປັນຫຼາຍເທົ່າ.
ໜັງສື່ພິມນີ້ຕີລາຄາວ່າ ບັ້ນສ້າງກອງທຶນປະຊາຄົມຢູ່ຫວຽດນາມ ມີຄວາມໝາຍເຊື່ອມຕໍ່ປະຊາຊົນຂອງສອງປະເທດ. ທ່ານປະທານປະເທດ ກູບາ Miguel Diaz-Canel Bermudez ໄດ້ມີບົດຂຽນເອົາລົງໃນສື່ສັງຄົມ X ສະແດງຄວາມຕື້ມຕັນໃຈຕໍ່ການກະທຳຂອງປະຊາຊົນຫວຽດນາມ. ການນຳກູບາ ຖືນີ້ແມ່ນ “ການກະທຳແຫ່ງຄວາມຮັກ” ທີ່ມາຈາກ “ຊາດໜຶ່ງມີຄວາມດຸໝັ້ນຂະຫຍັນພຽນ, ວິລະຊົນ, ໄດ້ບືນຕົວຂຶ້ນພາຍຫຼັງສົງຄາມຫຼາຍຄັ້ງຍາດເອົາເອກະລາດ ແລະປະຈຸບັນເຮັດໃຫ້ໂລກມີຄວາມນັບຖືດ້ວຍການພັດທະນາແບບຍືນຍົງ".
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ
Type the code from the image